• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ອາ​ເມ​ລິ​ກາ ຮ່ວມ​ມື​ກັນ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ​ ແລະ ກາງ

ໂຄງການ LinkSME ແມ່ນເພື່ອແນໃສ່ຜູກຮັດໄລຍະປະຕິຮູບ ແລະ ປົວແປງສະພາບແວດລ້ອມດຳເນີນທຸລະກິດແບບກວມລວມ ກັບວິວັດທະນາການຄົ້ນຄວ້າ ແລະ ປະຕິຮູບຕາມຂະແໜງການ ກໍຄືບັນດາຄຳເຫັນຊີນຳກ່ຽວກັບການປະຕິຮູບຈາກລັດຖະບານ ດ້ວຍຄວາມມານະພະຍາຍາມປ່ຽນແປງຈາກວິສາຫະກິດເອງ.
ພາບບັນຍາກາດການເຮັດວຽກ (ພາບ:USAID)

ຕອນບ່າຍວັນທີ 4 ສິງຫາ, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານ, ກະຊວງແຜນການ ແລະການລົງທຶນ ໄດ້ສົມທົບກັບອົງການພັດທະນາສາກົນ ອາເມລິກາ (USAID) ໄດ້ຈັດກອງປະຊຸມສະຫຼຸບໂຄງການຊຸກຍູ້ການປະຕິຮູບ ແລະ ຍົກສູງກຳລັງຄວາມສາມາດເຊື່ອມຕໍ່ຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (LinkSME) ເພື່ອແນໃສ່ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະໜູນຊ່ວຍປົວແປງສະພາບແວດລ້ອມດຳເນີນທຸລະກິດ ແລະ ຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ໄລຍະ 2018 – 2023.

ໂຄງການ LinkSME ແມ່ນເພື່ອແນໃສ່ຜູກຮັດໄລຍະປະຕິຮູບ ແລະ ປົວແປງສະພາບແວດລ້ອມດຳເນີນທຸລະກິດແບບກວມລວມ ກັບວິວັດທະນາການຄົ້ນຄວ້າ ແລະ ປະຕິຮູບຕາມຂະແໜງການ ກໍຄືບັນດາຄຳເຫັນຊີນຳກ່ຽວກັບການປະຕິຮູບຈາກລັດຖະບານ ດ້ວຍຄວາມມານະພະຍາຍາມປ່ຽນແປງຈາກວິສາຫະກິດເອງ. ຜ່ານນັ້ນ, ປະກອບສ່ວນສ້າງການປ່ຽນແປງສະພາບແວດລ້ອມດຳເນີນທຸລະກິດທີ່ມີລັກສະນະເປັນລະບົບ.  ທ່ານ ເລກຸຍຂາ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນ ໄຟຟ້າກົນຈັກ  TOMECO ໃຫ້ຮູ້ວ່າ:

“ໂຄງການດັ່ງກ່າວ ໄດ້ໃຫ້ການໜູນຊ່ວຍບໍລິສັດສຳຫຼວດ, ຕີລາຄາ ແລະ ສ້າງແຜນການຍຸດທະສາດກ່ຽວກັບການຫັນເປັນດີຈີຕອນໃຫ້ສອດຄ່ອງກັບສະພາບການຕົວຈິງ ແລະ ຄວາມຮຽກຮ້ອງຕ້ອງການຂອງບໍລິສັດ. ຍ້ອນໄດ້ຮັບການໜູນຊ່ວຍໂດຍກົງຈາກໂຄງການນີ້, ບໍລິສັດ ພວກຂ້າພະເຈົ້າ ຈຶ່ງມີບາດກ້າວເດີນຢ່າງຕັ້ງໜ້າໃນການຊອກຫາຕະຫຼາດ ແລະ ເປີດກວ້າງການພົວພັນກັບລູກຄ້າຈາກບັນດາປະເທດ ຄື ອາເມລິກາ, ອັງກິດ, ຍີ່ປຸ່ນ”.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top