• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສ້າງ​ຂີດ​ໝາຍ​ຢູ່ WEF ໃນ​ການ​ເດີ​ນ​ທາງ​ໄປ​ປ​ະ​ຕິ​ບັດ​ງານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແມ່ນໜຶ່ງໃນ 2 ຜູ້ນຳໜ້າລັດຖະບານ ໂດຍ WEF ແລະ ປະເທດເຈົ້າພາບ ຈີນໄດ້ເຊື້ອເຊີນເຂົ້າຮ່ວມກອງປະຊຸມຄັ້ງນີ້.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ວາລະໄຂກອງປະຊຸມຄົບຄະນະ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສິ້ນສຸດການເດີນທາງໄປປະຕິບັດງານ ເຂົ້າຮ່ວມກອງປະຊຸມປະຈຳປີ ບັນດາຜູ້ນຳໜ້າຄັ້ງທີ 15 ຂອງເວທີປາໄສເສດຖະກິດໂລກ (WEF) ຢູ່ນະຄອນ ຕະຫຼຽນ ແລະ ເຮັດວຽກຢູ່ຈີນ ໃນລະຫວ່າງວັນທີ 24 – 27 ມິຖຸນາ ຢ່າງຈົບງາມ.

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແມ່ນໜຶ່ງໃນ 2 ຜູ້ນຳໜ້າລັດຖະບານ ໂດຍ WEF ແລະ ປະເທດເຈົ້າພາບ ຈີນໄດ້ເຊື້ອເຊີນເຂົ້າຮ່ວມກອງປະຊຸມຄັ້ງນີ້. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ນຳມາເຊິ່ງສານສຳຄັນຫຼາຍຢ່າງ,  ທັງໃນກອງປະຊຸມທຸກຄັ້ງ ກໍ່ຄືການພົບປະກັບບັນດາຄູ່ຮ່ວມມື. ດ້ວຍຈຸດພົ້ນເດັ່ນແມ່ນ ບົດກ່າວປາໄສຢູ່ວາລະໄຂກອງປະຊຸມຄົບຄະນະ ຕໍ່ໜ້າແຂກຖືກເຊີນ ປະມານ 1.700 ຄົນທີ່ມາຈາກ 80 ປະເທດ, ທ່ານນາຍົກລັດຖະມົນຕີ ໄດ້ສົ່ງສານຢ່າງເລິກເຊິ່ງ, ຈະແຈ້ງກ່ຽວກັບບັນດາຜົນສຳເລັດທີ່ພົ້ນເດັ່ນທາງດ້ານເສດຖະກິດ - ສັງຄົມ, ແຜນນະໂຍບາຍ, ວິໄສທັດ, ການກຳນົດທິດຍຸດທະສາດພັດທະນາປະເທດຊາດຂອງພັກ, ລັດ ຫວຽດນາມ.

ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນໃຫ້ຮູ້ວ່າໃນການເດີນທາງໄປປະຕິບັດງານ ແລະ ເຮັດວຽກຢູ່ຈີນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄດ້ດຳເນີນການໂອ້ລົມສົນທະນາ, ເຈລະຈາກັບບັນດາການນຳຂັ້ນສູງຂອງຈີນ, ໃຫ້ການຕ້ອນຮັບກຸ່ມບໍລິສັດ, ວິສາຫະກິດໃຫຍ່ຈຳນວນໜຶ່ງຂອງຈີນ. ຕາມນັ້ນແລ້ວ, ໝາກຜົນ ແລະ ຄວາມໝາຍຂອງການໂອ້ລົມສົນທະນາ, ພົບປະກັບການນຳຂັ້ນສູງຈີນ ໄດ້ສະແດງອອກຜ່ານຫຼາຍດ້ານ.

(ແຫຼ່ງຄັດຈາກ VOV)

ໂທລະເລກ, ຈົດໝາຍ ແລະ ສານຊົມເຊີຍບັນດາການນຳຫຼັກແຫຼ່ງຂອງ ຫວຽດນາມ

ໂທລະເລກ, ຈົດໝາຍ ແລະ ສານຊົມເຊີຍບັນດາການນຳຫຼັກແຫຼ່ງຂອງ ຫວຽດນາມ

ທ່ານ Miguel Diaz Canel, ເລຂາທິການຜູ້ທີໜຶ່ງຄະນະບໍລິຫານງານສູນກາງພັກກອມມູນິດ ກຸຍບາ, ປະທານປະເທດ ກຸຍບາ ໄດ້ອວຍພອນທ່ານ ໂຕເລິມ ເນື່ອງໃນໂອກາດໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານປະເທດ

Top