• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ​ເປັນ​ຕັ້ງ​ໜ້າ​ໃນ​ເດືອນ​ເມ​ສາ

ສີ່​ເດືອນ​ຜ່າ​ນ​ມາ, ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ ບັນ​ລຸ 8,8 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 14,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ ແລະ ຢູ່​ລະ​ດັບ​ສູງ​ທີ່​ສຸດ​ຂອງ 4 ເດືອນ​ທຳ​ອິດ​ໃນ​ທຸກ​ປີ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ.
ພາບ​ປະ​ກອບ: ກົມ​ສະ​ຖິ​ຕິ, ກະ​ຊວງ​ການ​ເງິນ ຫວຽດ​ນາມ

ຕອນ​ເຊົ້າ​ວັນ​ທີ 3 ພຶດ​ສະ​ພາ, ກົມ​ສະ​ຖິ​ຕິ (ກະ​ຊວງ​ການ​ຕ່າງ​ເງິ​ນ ຫວຽດ​ນາມ) ໄດ້​ປະ​ກາດ​ບົດ​ລາຍ​ງານ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ ເດືອນ​ເມ​ສາ ແລະ 4 ເດືອນ​ຕົ້ນ​ປີ 2026. ໃນ​ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ ​ມີ​ການ​ຜັນ​ແປຫຼາຍ​ຢ່າງ, ມີ​ຂົງ​ເຂດ​ເສດ​ຖະ​ກິດ​ປາຍ​ແຫຼມ​ຈຳ​ນວນ​ໜຶ່ງ​ຂອງ ຫວຽດ​ນາມ ຍັງ​ຮັກ​ສາ​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ.

ລະ​ອຽດ​ແມ່ນ, ດັດ​ຊະ​ນີ​ການ​ຜະ​ລິດ​ທົ່ວ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ໃນ​ເດືອນ​ເມ​ສາ​ເພີ່ມ​ຂຶ້ນ 3% ເມື່ອ​ທຽບ​ໃສ່​ເດືອນ​ກ່ອນ ແລະ ເພີ່ມ​ຂຶ້ນ 9,9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ. ໄລ່​ລວມ 4 ເດືອນ​ຕົ້ນ​ປີ 2026, ດັດ​ຊະ​ນີ​ການ​ຜະ​ລິດ​ທົ່ວ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເພີ່ມ​ຂຶ້ນ 9,2% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້. ໃນ​ນັ້ນ, ຂະ​ແໜງ​ປຸງ​ແຕ່ງ, ປະ​ດິດ​ສ້າງເພີ່ມ​ຂຶ້ນ 9,9%, ປະ​ກອບ​ສ່ວນ 7,8% ໃນ​ລະ​ດັບ​ເພີ່ມ​ຂຶ້ນ​ລວມ. ສີ່​ເດືອນ​ຜ່າ​ນ​ມາ, ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ ບັນ​ລຸ 8,8 ລ້ານ​ເທື່ອ​ຄົນ, ເພີ່ມ​ຂຶ້ນ 14,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ ແລະ ຢູ່​ລະ​ດັບ​ສູງ​ທີ່​ສຸດ​ຂອງ 4 ເດືອນ​ທຳ​ອິດ​ໃນ​ທຸກ​ປີ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ​ຂອງ ອິດ​ສະ​ຣາ​ແອັນ, ມີ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວັນ​ທີ 18 ພຶດ​ສະ​ພາ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີທີ່ Jerusalem, ທ່ານ ຫງວຽນ​ກີ່​ເຊີນ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອັນ ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່ທ່ານ Isaac Herzog ​ປະ​ທາ​ນາ​ທິ​ບໍ​ດີ ອິດ​ສ​ະ​ຣາ​ແອັນ, ເລີ່ມ​​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ຢູ່ ລັດ ອິດ​ສະ​ຣາ​ແອັນ ຢ່າງ​ເປັນ​ທາງ​ການ.

Top