• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ສະ​ໜັບ​ສະ​ໜູນ ຍູ້​ແຮງ​ກ​ານຮ່ວມ​ມື​ເພື່ອ​ຮັກ​ສາ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໜູນ​ຊ່ວຍມະ​ນຸດ​ສະ​ທຳ​ຢູ່ ​ຊີ​ຣີ

ທ່ານນາງ ຫງວຽນເຟືອງຈ່າ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ຢັ້ງຢືນ ສະໜັບສະໜູນວິທີການແກ້ໄຂດ້ານການເມືອງ ໂດຍຊາວຊີຣີ ນຳໜ້າ ແລະ ເປັນເຈົ້າຂອງ, ເນັ້ນໜັກເຖິງ ເລື່ອງຄວນຊຸກຍູ້ ບັນດາຄວາມມານະພະຍາຍາມ ເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງບັນດາຝ່າຍ ຢູ່ ຊີຣີ ດ້ວຍການໜູນຊ່ວຍຢ່າງຕັ້ງໜ້າຂອງ ປະຊາຄົມສາກົນ. 
ທ່ານນາງ ຫງວຽນເຟືອງຈ່າ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ. (ພາບ: TTXVN)

ວັນທີ 15 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ປຶກສາຫາລື ກ່ຽວກັບສະພາບການຢູ່ ລີບີ ແລະ ລົງປະຊາມະຕິ ຮັບຮອງເອົາມະຕິ 2 ສະບັບທີ່ກ່ຽວຂ້ອງເຖິງ ສະພາບການຢູ່ Abyei (ເຂດທີ່ມີການຂັດແຍ້ງກັນລະຫວ່າງ ຊູດັງ ແລະ ຊູດັງໃຕ້) ແລະ ໂຊມາລີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງຈ່າ ອຸປະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ໄດ້ຢັ້ງຢືນ ສະໜັບສະໜູນວິທີການແກ້ໄຂດ້ານການເມືອງ ໂດຍຊາວຊີຣີ ນຳໜ້າ ແລະ ເປັນເຈົ້າຂອງ, ເນັ້ນໜັກເຖິງ ເລື່ອງຄວນຊຸກຍູ້ ບັນດາຄວາມມານະພະຍາຍາມ ເຈລະຈາ ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງບັນດາຝ່າຍ ຢູ່ ຊີຣີ ດ້ວຍການໜູນຊ່ວຍຢ່າງຕັ້ງໜ້າຂອງ ປະຊາຄົມສາກົນ. ຫວຽດນາມ ສະໜັບສະໜູນ ຍູ້ແຮງການຮ່ວມມືເພື່ອແນໃສ່ຮັກສາບັນດາຄວາມມານະພະຍາຍາມໜູນຊ່ວຍດ້ານມະນຸດສະທຳ, ຖືການຕອບສະໜອງຄວາມຕ້ອງການດ້ານມະນຸດສະທຳທີ່ຈຳເປັນ ໃນລະດູໜາວຈະມາເຖິງ ແລະ ການຮັບມືກັບໂລກລະບາດໂຄວິດ - 19 ແມ່ນວຽກງານສຳຄັນ. ຜູ້ຕາງໜ້າ ຫວຽດນາມ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຜັນຂະຫຍາຍບັນດາໂຄງການຟື້ນຟູຫຼັງການປະທະກັນ, ເພີ່ມທະວີການໜູນຊ່ວຍການຫາເງິນລ້ຽງຊີບໃຫ້ແກ່ຊາວ ຊີຣີ.

ແລະກໍ່ໃນວັນດຽວກັນ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດກອງປະຊຸມຕາມຮູບແບບ Arria ກ່ຽວກັບຫົວຂໍ້ “ຮັດແຄບຊ່ອງວ່າງ ໃນບັນຫາປົກປ້ອງແມ່ໝ້າຍ ໃນການປະທະກັນ ແລະ ຫຼັງການປະທະກັນ”.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top