ຂ່າວສານ ຫວຽດນາມ ສະແດງບົດບາດຊຸກຍູ້ລັດທິຫຼາຍຝ່າຍຢ່າງແຮງ 10/04/2026 ວັນທີ 08 ເມສາ, ຢູ່ສຳນັກງານບັນດາອົງການ ສປຊ ປະຈຳ ວຽນນາ (ໂອຕາລິດ) ໄດ້ດຳເນີນກອງປະຊຸມລະຫວ່າງຫົວໜ້າຄະນະບັນດາປະເທດ ອາຊຽນ ແລະ ກຸ່ມ ອາເມລິກາ ລາຕິນ ແລະ Caribe (GRULAC) ເພື່ອແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການປະສານສົມທົບລະຫວ່າງສອງຂົງເຂດໃນບັນດາເວທີປາໄສຫຼາຍຝ່າຍຢູ່ ວຽນນາ. ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ (ພາບ: TTXVN) ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ກ່ຽວກັບຂົງເຂດນິວເຄຼຍ, ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ ໄດ້ເນັ້ນໜັກເຖິງບົດບາດເປັນໃຈກາງຂອງອົງການພະລັງງານປະລະມານູສາກົນ (IAEA) ໃນໂຄງການສ້າງຄຸ້ມຄອງບໍລິຫານນິວເຄຼຍທົ່ວໂລກ. ທ່ານເອກອັກຄະລັດຖະທູດ ກໍໃຫ້ຮູ້ວ່າ ຫວຽດນາມ ມີຄວາມເປັນກຽດເມື່ອໄດ້ດຳລົງບົດບາດປະທານບົ່ງຕົວໃນກອງປະຊຸມສຳຫຼວດກວດຄືນ NPT ຄັ້ງທີ 11 ໃນເດືອນ ເມສາ 2026 ແລະ ໄດ້ເຂົ້າເຖິງໜ້າທີ່ອັນສຳຄັນນີ້ດ້ວຍຈິດໃຈຄວາມຮັບຜິດຊອບ, ພາວະວິໄສ ແລະ ຊຸກຍູ້ການໂອ້ລົມສົນທະນາທີ່ມີຄວາມສ້າງສັນ ຜ່ານການປຶກສາຫາລືຢ່າງກວ້າງຂວາງໃນບັນດາກຸ່ມພາກພື້ນ ແລະ ບັນດາປະເທດສະມາຊິກ, ໃນນັ້ນ ມີບັນດາປະເທດ GRULAC. ໃນໄລຍະຈະມາເຖິງ, ອາຊຽນ ຈະສືບຕໍ່ເພີ່ມທະວີການສົມທົບກັບ GRULAC ໃນການຊຸກຍູ້ແບບວິທີເຂົ້າເຖິງຢ່າງດຸ່ນດ່ຽງ, ຮັບປະກັນລັກສະນະຄົບຖ້ວນຂອງສົນທິສັນຍາ, ພ້ອມດຽວກັນນັ້ນ ກໍຖືເປັນສຳຄັນເຖິງແງ່ມູມພັດທະນາຢ່າງຄົບຖ້ວນ, ພິເສດແມ່ນເສົາຄ້ຳ III ກ່ຽວກັບການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ລວມທັງການເພີ່ມທະວີການເຂົ້າເຖິງເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດ ແລະ ຊຸກຍູ້ການຮ່ວມມືທາງດ້ານເຕັກນິກ ໂດຍຜ່ານ IAEA. (ແຫຼ່ງຄັດຈາກ VOV)

ວັນທີ 08 ເມສາ, ຢູ່ສຳນັກງານບັນດາອົງການ ສປຊ ປະຈຳ ວຽນນາ (ໂອຕາລິດ) ໄດ້ດຳເນີນກອງປະຊຸມລະຫວ່າງຫົວໜ້າຄະນະບັນດາປະເທດ ອາຊຽນ ແລະ ກຸ່ມ ອາເມລິກາ ລາຕິນ ແລະ Caribe (GRULAC) ເພື່ອແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການປະສານສົມທົບລະຫວ່າງສອງຂົງເຂດໃນບັນດາເວທີປາໄສຫຼາຍຝ່າຍຢູ່ ວຽນນາ. ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ (ພາບ: TTXVN) ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ກ່ຽວກັບຂົງເຂດນິວເຄຼຍ, ທ່ານ ຫວູເລຖາຍຮວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ ໄດ້ເນັ້ນໜັກເຖິງບົດບາດເປັນໃຈກາງຂອງອົງການພະລັງງານປະລະມານູສາກົນ (IAEA) ໃນໂຄງການສ້າງຄຸ້ມຄອງບໍລິຫານນິວເຄຼຍທົ່ວໂລກ. ທ່ານເອກອັກຄະລັດຖະທູດ ກໍໃຫ້ຮູ້ວ່າ ຫວຽດນາມ ມີຄວາມເປັນກຽດເມື່ອໄດ້ດຳລົງບົດບາດປະທານບົ່ງຕົວໃນກອງປະຊຸມສຳຫຼວດກວດຄືນ NPT ຄັ້ງທີ 11 ໃນເດືອນ ເມສາ 2026 ແລະ ໄດ້ເຂົ້າເຖິງໜ້າທີ່ອັນສຳຄັນນີ້ດ້ວຍຈິດໃຈຄວາມຮັບຜິດຊອບ, ພາວະວິໄສ ແລະ ຊຸກຍູ້ການໂອ້ລົມສົນທະນາທີ່ມີຄວາມສ້າງສັນ ຜ່ານການປຶກສາຫາລືຢ່າງກວ້າງຂວາງໃນບັນດາກຸ່ມພາກພື້ນ ແລະ ບັນດາປະເທດສະມາຊິກ, ໃນນັ້ນ ມີບັນດາປະເທດ GRULAC. ໃນໄລຍະຈະມາເຖິງ, ອາຊຽນ ຈະສືບຕໍ່ເພີ່ມທະວີການສົມທົບກັບ GRULAC ໃນການຊຸກຍູ້ແບບວິທີເຂົ້າເຖິງຢ່າງດຸ່ນດ່ຽງ, ຮັບປະກັນລັກສະນະຄົບຖ້ວນຂອງສົນທິສັນຍາ, ພ້ອມດຽວກັນນັ້ນ ກໍຖືເປັນສຳຄັນເຖິງແງ່ມູມພັດທະນາຢ່າງຄົບຖ້ວນ, ພິເສດແມ່ນເສົາຄ້ຳ III ກ່ຽວກັບການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບ, ລວມທັງການເພີ່ມທະວີການເຂົ້າເຖິງເຕັກໂນໂລຢີ, ຍົກສູງກຳລັງຄວາມສາມາດ ແລະ ຊຸກຍູ້ການຮ່ວມມືທາງດ້ານເຕັກນິກ ໂດຍຜ່ານ IAEA.
ບັນດາບົດຕໍ່ໄປ ອີຣານ ສືບຕໍ່ປະຕິເສດເງື່ອນໄຂເຈລະຈາຂອງ ອາເມລິກາ18/05/2026ຂ່າວສານຣານ ຢັ້ງຢືນ ຄຳຮຽກຮ້ອງໃໝ່ຂອງ ອາເມລິກາ ແມ່ນບໍ່ສາມາດຍອມຮັບໄດ້, ພິເສດແມ່ນໃນນັ້ນ ບໍ່ມີເງື່ອນໄຂ ຮັບປະກັນການສິ້ນສຸດການປະທະກັນຕ້ານ ອີຣານ. ບົດຂຽນຂອງທ່ານເລຂາທິການໃຫຍ່ພັກກອມມູນິດ, ປະທານປະເທດ ຫວຽດນາມ ໂຕເລິມ: ແສງສະຫວ່າງ ໂຮ່ຈີມິນ ເຍືອງທາງໃຫ້ແກ່ພວກເຮົາເດີນ18/05/2026ຂ່າວສານເສັ້ນເລືອດດີຈີຕອນ ແລະ ການແຂ່ງຂັນປົກປ້ອງໂລກເຊື່ອມຕໍ່18/05/2026ຂ່າວສານຮອດປີ 2030, 75% ມາດຕະຖານ ຫວຽດນາມ ກົມກຽວກັບມາດຕະຖານສາກົນ18/05/2026ຂ່າວສານທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ເຂົ້າຮ່ວມກອງປະຊຸມປະກາດແຜນກຳນົດ ແລະ ສົ່ງເສີມການລົງທຶນຢູ່ ຝຸກວັກ18/05/2026ຂ່າວສານເອີລົບ ປະເຊີນໜ້າກັບລາຄາອາວຸດເພີ່ມຂຶ້ນສູງ18/05/2026ຂ່າວສານການເຈລະຈາການຄ້າ ຈີນ-ອາເມລິກາ ບັນລຸໄດ້ໝາກຜົນຕັ້ງໜ້າຫຼາຍຢ່າງ18/05/2026ຂ່າວສານ ອ່ານເພີ່ມ