ຂ່າວສານ

ຫວຽດ​ນາມ ສະ​ແດງ​ບົດ​ບາດ​ຊຸກ​ຍູ້​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ແຮງ

ວັນ​ທີ 08 ເມ​ສາ, ຢູ່​ສຳ​ນັກ​ງາ​ນ​ບັນ​ດາ​ອົງ​ການ ສ​ປ​ຊ ປະ​ຈຳ ວຽນນາ (ໂອ​ຕາ​ລິດ) ໄດ້​ດຳ​ເນີນກອງ​ປະ​ຊຸມ​ລະ​ຫວ່າງ​ຫົວ​ໜ້າ​ຄະ​ນະ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ກຸ່ມ ອາ​ເມ​ລິ​ກາ ລາ​ຕິນ ແລະ Caribe (GRULAC) ​ເພື່ອແນ​ໃສ່​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ສອງ​ຂົງ​ເຂດໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ​ຢູ່ ວຽນ​ນາ.
  ທ່ານ ຫວູ​ເລ​ຖາຍ​ຮ​ວ່າງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ໂອ​ຕາ​ລິດ (ພາບ: TTXVN)  
ເມື່ອກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບຂົງເຂດນິວເຄຼຍທ່ານ ຫວູເລຖາຍວ່າງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂອຕາລິດ ໄດ້ເນັ້ນໜັກເຖິງບົດບາດເປັນໃຈກາງຂອງອົງການພະລັງງານປະລະມານູສາກົນ (IAEA) ໃນໂຄງການສ້າງຄຸ້ມຄອງບໍລິຫານນິວເຄຼຍທົ່ວໂລກທ່ານເອກອັກຄະລັດຖະທູດ ກໍໃຫ້ຮູ້ວ່າ ຫວຽດນາມ ມີຄວາມເປັນກຽດເມື່ອໄດ້ດຳລົງບົດບາດປະທານບົ່ງຕົວໃນກອງປະຊຸມສຳຫຼວດກວດຄືນ NPT ຄັ້ງທີ 11 ໃນເດືອນ​ ເມສາ 2026 ແລະ ໄດ້ເຂົ້າເຖິງໜ້າທີ່ອັນສຳຄັນນີ້ດ້ວຍຈິດໃຈຄວາມຮັບຜິດຊອບພາວະວິໄສ ແລະ ຊຸກຍູ້ການໂອ້ລົມສົນທະນາທີ່ມີຄວາມສ້າງສັນ ຜ່ານການປຶກສາຫາລືຢ່າງກວ້າງຂວາງໃນບັນດາກຸ່ມພາກພື້ນ ແລະ ບັນດາປະເທດສະມາຊິກໃນນັ້ນ ມີບັນດາປະເທດ GRULAC. ໃນໄລຍະຈະມາເຖິງອາຊຽນ ະສືບຕໍ່ເພີ່ມທະວີການສົມທົບກັບ GRULAC ໃນການຊຸກຍູ້ແບບວິທີເຂົ້າເຖິງຢ່າງດຸ່ນດ່ຽງຮັບປະກັນລັກສະນະຄົບຖ້ວນຂອງສົນທິສັນຍາພ້ອມດຽວກັນນັ້ນ ກໍຖືເປັນສຳຄັນເຖິງແງ່ມູມພັດທະນາຢ່າງຄົບຖ້ວນພິເສດແມ່ນເສົາຄ້ຳ III ກ່ຽວກັບການ​​ນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດປະສົງສັນຕິພາບລວມທັງການເພີ່ມທະວີການເຂົ້າເຖິງເຕັກໂນໂລຢີຍົກສູງກຳລັງຄວາມສາມາດ ແລະ ຊຸກຍູ້ການຮ່ວມມືທາງດ້ານເຕັກນິກ ໂດຍຜ່ານ IAEA.

top