ຂ່າວສານ
ຫວຽດນາມ ສະແດງຄວາມຊົມເຊີຍເລື່ອງ ອາເມລິກາ ຕີລາຄາຢ່າງພາວະວິໄສ ກ່ຽວກັບໝາກຜົນຕັ້ງໜ້າຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານການຄ້າມະນຸດ
ຫວຽດນາມ ສະແດງຄວາມຊົມເຊີຍເລື່ອງ ອາເມລິກາ ຕີລາຄາຢ່າງພາວະວິໄສ ກ່ຽວກັບໝາກຜົນຕັ້ງໜ້າຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານການຄ້າມະນຸດ ນີ້ແມ່ນການຢັ້ງຢືນຂອງທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 16 ຕຸລາ, ຢູ່ຮ່າໂນ້ຍ, ເມື່ອໄດ້ຖາມຄຳເຫັນຂອງ ຫວຽດນາມ ຕໍ່ບົດລາຍງານປີ 2025 ກ່ຽວກັບສະພາບການການຄ້າມະນຸດ ໃນທົ່ວໂລກຂອງ ກະຊວງກການຕ່າງປະເທດ ອາເມລິກາ, ໃນນັ້ນມີເນື້ອໃນກ່ຽວກັບ ຫວຽດນາມ. ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ:
ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍ ແລະ ຊຸກຍູ້ວຽກງານປ້ອງກັນ, ຕ້ານການຄ້າມະນຸດຕາມບັນດາວິທີການ, ໜ້າທີ່ຈຸດສຸມໃນໂຄງການປ້ອງກັນ, ຕ້ານການຄ້າມະນຸດໃນໄລຍະ 2021 – 2025 ແລະ ການກຳນົດທິດຮອດປີ 2030, ພົ້ນເດັ່ນແມ່ນເລື່ອງຮັບຮອງເອົາກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດໃນປີ 2024, ເພີ່ມທະວີການກວດກາ, ດຳເນີນຄະດີ, ພິພາກສາບັນດາຄະດີການຄ້າມະນຸດ, ກຳນົດ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກການຄ້າຂາຍມະນຸດ, ຮັບມືກັບບັນດາສິ່ງທ້າທາຍໃໝ່ຂອງສະພາບການຄ້າມະນຸດໃນພາກພື້ນ ແລະ ໂລກຢ່າງທັນການ.