ໃນວັນທີ 15 ຕຸລາ ຢູ່ ນະຄອນຫຼວງວຽງຈັນ ກຸ່ມອຸດສາຫະກຳ-ໂທລະຄົມມະນາຄົມ ກອງທັບ (Viettel) ປະກາດເປີດຕົວເຄື່ອງໝາຍການຄ້າ Unilogistics ຢູ່ ສະທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຂີດໝາຍການເປີດກວ້າງການເຄື່ອນໄຫວຂອງ Viettel ໃນຂົງເຂດ logistics ແລະ ພື້ນຖານໂຄງລ່າງຂົນສົ່ງສາກົນ.
ພິທີປະກາດເປີດຕົວເຄື່ອງໝາຍການຄ້າ Unilogistics
ບັນດາກິດຈະກໍາຫຼັກ ຂອງ Unilogistics ລວມມີ logistics, ສາງເກັບມ້ຽມ, ຂົນສົ່ງຂ້າມຊາຍແດນກັບສາກົນ ແລະ ການຄ້າເອເລັກໂຕນິກ ຂ້າມ ປະເທດ, ຕອບສະໜອງຄວາມຕ້ອງການຂົນສົ່ງທີ່ນັບມືນັບເພີ່ມຂື້້ນລະຫວ່າງ ຫວຽດນາມ, ລາວ ແລະ ບັນດາປະເທດໃກ້ຄຽງ, ໃນໄລຍະທຳອິດ Unilogistics ໄດ້ລົງທຶນລະບົບ ພຶ້ນຖານໂຄງລ່າງໃນທົວປະເທດຢ່າງຄົບຊຸດ, ລວມມີ 3 ສູນ logistics ຂະໜາດໃຫຍ່ ຢູ່ ແຂວງອຸດົມໄຊ, ແຂວງວຽງຈັນ, ແຂວງສະຫວັນນະເຂດ. ໄລຍະປີ 2025-2033 Unilogistics ຕັ້ງເປົ້າໝາຍບັນລຸລະດັບເຕີບໂຕ ສະເລ່ຍ 32% / ປີ, ປະກອບສ່ອນຫຼຸດຜ່ອນຄ່າ logistics ຂອງ ລາວ ລົງເຫຼືອ 15% GDP, ຍົກສູງຄວາມສາມາດແກ່ງແຍ່ງ ແລະ ດຶງດູດການລົງທຶນຈາກຕ່າງປະເທດ. ໂຄງການນີ້ຄາດວ່າຈະສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານກວ່າ 30.000 ຄົນ, ເປີດກວ້າງພື້ນຖານໂຄງລ່າງໄປເຖິງເຂດຫ່າງໄກສອກຫຼີກ.
(ແຫຼ່ງຄັດຈາກ VOV)