ຂ່າວສານ

ຫວຽດ​ນາມ ສະ​ແດງ​ຄວາມ​ຊົມ​ເຊີຍ​ເລື່ອງ ອາ​ເມ​ລິ​ກາ ຕີ​ລາ​ຄາ​ຢ່າງ​ພາ​ວະ​ວິ​ໄສ ກ່ຽວ​ກັບ​ໝາກ​ຜົນ​ຕັ້ງ​ໜ້າ​ຂອງ ຫວຽດ​ນາມ ໃນ​ການ​ປ້ອງ​ກັ​ນ, ຕ້ານ​ການ​ຄ້າ​ມະ​ນຸດ

ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍ ແລະ ຊຸກຍູ້ວຽກງານປ້ອງກັນ, ຕ້ານການຄ້າມະນຸດຕາມບັນດາວິທີການ, ໜ້າທີ່ຈຸດສຸມໃນໂຄງການປ້ອງກັນ, ຕ້ານການຄ້າມະນຸດໃນໄລຍະ 2021 – 2025 ແລະ ການກຳນົດທິດຮອດປີ 2030.
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: ກະຊວງການຕ່າງປະເທດ)

ຫວຽດນາມ ສະແດງຄວາມຊົມເຊີຍເລື່ອງ ອາເມລິກາ ຕີລາຄາຢ່າງພາວະວິໄສ ກ່ຽວກັບໝາກຜົນຕັ້ງໜ້າຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານການຄ້າມະນຸດ ນີ້ແມ່ນການຢັ້ງຢືນຂອງທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 16 ຕຸລາ, ຢູ່ຮ່າໂນ້ຍ, ເມື່ອໄດ້ຖາມຄຳເຫັນຂອງ ຫວຽດນາມ ຕໍ່ບົດລາຍງານປີ 2025 ກ່ຽວກັບສະພາບການການຄ້າມະນຸດ ໃນທົ່ວໂລກຂອງ ກະຊວງກການຕ່າງປະເທດ ອາເມລິກາ, ໃນນັ້ນມີເນື້ອໃນກ່ຽວກັບ ຫວຽດນາມ. ທ່ານນາງ ຟ້າມທູຮັ່ງ ໃຫ້ຮູ້ວ່າ:

ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍ ແລະ ຊຸກຍູ້ວຽກງານປ້ອງກັນ, ຕ້ານການຄ້າມະນຸດຕາມບັນດາວິທີການ, ໜ້າທີ່ຈຸດສຸມໃນໂຄງການປ້ອງກັນ, ຕ້ານການຄ້າມະນຸດໃນໄລຍະ 2021 – 2025 ແລະ ການກຳນົດທິດຮອດປີ 2030, ພົ້ນເດັ່ນແມ່ນເລື່ອງຮັບຮອງເອົາກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການຄ້າມະນຸດໃນປີ 2024, ເພີ່ມທະວີການກວດກາ, ດຳເນີນຄະດີ, ພິພາກສາບັນດາຄະດີການຄ້າມະນຸດ, ກຳນົດ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກການຄ້າຂາຍມະນຸດ, ຮັບມືກັບບັນດາສິ່ງທ້າທາຍໃໝ່ຂອງສະພາບການຄ້າມະນຸດໃນພາກພື້ນ ແລະ ໂລກຢ່າງທັນການ.


top