• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ ມຸ່ງ​ເຖິງ​ເປົ້າ​ໝາຍ​ບັນ​ລຸ​ລະ​ດັບເຕີບ​ໂຕ​ດ້ານ​ການ​ຄ້າແມ່ນ 10 ຕື້ USD

ສອງປະເທດຕ້ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ; ສືບຕໍ່ຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມ, ຮັບປະກັນຄວາມຄືບໜ້າ; ຊຸກຍູ້ບັນດາໂຄງການເຊື່ອມຕໍ່, ໂດຍສະເພາະແມ່ນໃນຂົງເຂດຄົມມະນາຄົມ, ພະລັງງານ, ສູ້ຊົນບັນລຸລະດັບການເຕີບໂຕດ້ານການຄ້າໃຫ້ໄດ້ 5 ຕື້ USD, ມຸ່ງໄປເຖິງເປົ້າໝາຍບັນລຸ 10 ຕື້ USD ໃນຊຸມປີຈະມາເຖິງ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ເປັນສັກຂີພິຍານພິທີລົງນາມ
ຕອນບ່າຍວັນທີ 01 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ເມື່ອກ່າວຄຳເຫັນໃນການພົບປະແລກປ່ຽນຄຳຄິດຄຳເຫັນກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ລາວ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສະເໜີໃຫ້ນາຍົກລັດຖະມົນຕີສອງທ່ານ ສືບຕໍ່ຊີ້ນຳບັນດາອົງການຂອງສອງປະເທດສົມທົບກັນຢ່າງແໜ້ນແຟ້ນ, ຕັ້ງໜ້າຜັນຂະຫຍາຍຄຳໝັ້ນສັນຍາ, ຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ; ພ້ອມທັງເນັ້ນໜັກວ່າ ສອງປະເທດຕ້ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ; ສືບຕໍ່ຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມ, ຮັບປະກັນຄວາມຄືບໜ້າ; ຊຸກຍູ້ບັນດາໂຄງການເຊື່ອມຕໍ່, ໂດຍສະເພາະແມ່ນໃນຂົງເຂດຄົມມະນາຄົມ, ພະລັງງານ, ສູ້ຊົນບັນລຸລະດັບການເຕີບໂຕດ້ານການຄ້າໃຫ້ໄດ້ 5 ຕື້ USD, ມຸ່ງໄປເຖິງເປົ້າໝາຍບັນລຸ 10 ຕື້ USD ໃນຊຸມປີຈະມາເຖິງ.
ທ່ານເລຂາທິການໃຫຍ່ ໂຕເລິມ ພົບປະກັບພະນັກງານສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ລາວ (ພາບ: TTXVN)

ທ່ານເລຂາທິການໃຫຍ່ກໍສະເໜີໃຫ້ 2 ຝ່າຍຍູ້ແຮງການຮ່ວມມືປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ປົກປ້ອງ ແລະ ປະຕິບັດວຽກງານຊາຍແດນໃຫ້ເປັນຢ່າງດີ. ຫວຽດນາມ ສືບຕໍ່ໃຫ້ບຸລິມະສິດພິເສດໃນການບຳລຸງກໍ່ສ້າງພະນັກງານ, ໂດຍສະເພາະແມ່ນພະນັກງານການນຳຂັ້ນຍຸດທະສາດ, ພະນັກງານຄຸ້ມຄອງຫຼັກແຫຼ່ງທຸກຂັ້ນຂອງລາວ; ສອງຝ່າຍໄດ້ສົມທົບກັນຍູ້ແຮງການໂຄສະນາ, ສຶກສາກ່ຽວກັບມູນເຊື້ອສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ໂດຍສະເພາະແມ່ນຄົນລຸ້ນໜຸ່ມ; ຍູ້ແຮງການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ; ໂດຍສະເພາະແມ່ນບັນດາແຂວງຈຸດສຸມກ່ຽວກັບຄວາມໝັ້ນຄົງ, ເສດຖະກິດ ແລະ ບັນດາທ້ອງຖິ່ນຢູ່ເຂດຊາຍແດນຂອງສອງປະເທດ.

ສ່ວນທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ຢັ້ງຢືນວ່າ ຈະສ້າງເງື່ອນໄຂສະດວກກວ່າໃຫ້ແກ່ບັນດາວິສາຫະກິດທີ່ພວມລົງທຶນຢູ່ລາວ, ພ້ອມທັງເຊື່ອມຕໍ່ ແລະ ປັບປຸງສະພາບແວດລ້ອມການລົງທຶນຢ່າງແທດຈິງ, ສົ່ງເສີມບັນດາກຸ່ມບໍລິສັດໃຫຍ່ຂອງ ຫວຽດນາມ ສືບຕໍ່ເປີດກວ້າງການລົງທຶນຢູ່ລາວ.

ກ່ອນໜ້ານັ້ນ, ໃນການພົບປະກັບພະນັກງານສະຖານທູດ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ, ທ່ານ ໂຕເລິມ ເລຂາທິການໃຫຍ່ ສະເໜີໃຫ້ສະຖານທູດ ແລະ ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ລາວ ສ້າງເງື່ອນໄຂດີທີ່ສຸດເພື່ອຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດ; ໜູນຊ່ວຍວິສາຫະກິດ ຫວຽດນາມ ຊອກຮູ້ໂອກາດລົງທຶນ, ດຳເນີນທຸລະກິດຢູ່ ລາວ; ພ້ອມທັງຊ່ວຍເຫຼືອວິສາຫະກິດ ລາວ ເຂົ້າເຖິງຕະຫຼາດ ຫວຽດນາມ; ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ລາວກວ່າອີກ; ສົມທົບກັບປະຊາຄົມຮັກສາບັນດາກິດຈະກຳວັດທະນະທຳ, ການສອນພາສາ ຫວຽດ ໃຫ້ແກ່ຄົນລຸ້ນໜຸ່ມ.

ໃນຕອນຄ່ຳຂອງວັນດຽວກັນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ໂຕເລິມ ເລຂາທິການໃຫຍ່ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມງານລ້ຽງຕ້ອນຮັບລະດັບຊາດ ໂດຍທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ພ້ອມດ້ວຍພັນລະຍາເປັນປະທານ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ສວນ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​ ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ສວນ​ມິດ​ຕະ​ພາບ ລາວ - ຫວຽດ​ນາມ

ສວນມິດຕະພາບ ລາວ - ຫວຽດນາມ ນີ້ບໍ່ພຽງແຕ່ເປັນສັນຍາລັກຂອງສາຍພົວພັນສອງປະເທດເທົ່ານັ້ນ, ຫາກຍັງກາຍເປັນບ່ອນຈັດຕັ້ງບັນດາກິດຈະກຳວັດທະນະທຳ, ບ່ອນພັກຜ່ອນ, ການເຄື່ອນໄຫວກິລາກາຍຍະກຳ, ເດີ່ນຫຼີ້ນໃຫ້ແກ່ໄວໜຸ່ມ, ຊາວໜຸ່ມເຍົາວະຊົນ; ແມ່ນບ່ອນສຶກສາມູນເຊື້ອໃຫ້ແກ່ລຸ້ນຄົນຕໍ່ໆໄປຂອງທັງສອງຊາດ ລາວ - ຫວຽດນາມ.

Top