• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ລາວ ຊຸກ​ຍູ້​ການ​ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​​ສ້າງສາ​ປະ​ເທດ​ຊາດ

ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກວ ໄຂຄຳພິທູນ ໄດ້ເນັ້ນໜັກວ່າ ກອງປະຊຸມສຳມະນາດ ທິດສະດີ ລະຫວ່າງສອງພັກ ໄດ້ດຳເນີນໃນຈຸດເວລາ ທີ່ພັກປະຊາຊົນ ປະຕິວັດ ລາວ ພວມກະກຽມ ສ້າງໂຄງການການເມືອງ.
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ (ພາບ: TTXVN)

ຕອນບ່າຍວັນທີ 18 ທັນວາ, ຢູ່ທຳນຽບປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ລາວ ກິແກ້ວ ໄຂຄຳພິທູນ ພ້ອມກັບຄະນະຜູ້ແທນຂັ້ນສູງ ພັກປະຊາຊົນປະຕິວັດ ລາວ, ພວມຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີຄັ້ງທີ 10 ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດ ລາວ.

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດເຊື່ອໝັ້ນວ່າ ກອງປະຊຸມສຳມະນາຄັ້ງນີ້ ດ້ວຍຫົວຂໍ້ “ພັດທະນາວັດທະນະທຳ, ມະນຸດ ໃນວິວັດການພັດທະນາປະເທດຊາດຕາມການກຳນົດທິດສັງຄົມນິຍົມ - ບົດຮຽນປະສົບການຂອງ ຫວຽດນາມ, ບົດຮຽນປະສົບການຂອງ ລາວ” ຈະປະກອບສ່ວນເຮັດໃຫ້ການພົວພັນສອງພັກ, ສອງລັດ ເລິກເຊິ່ງກ່ວາອີກ. ຕາມທ່ານປະທານປະເທດແລ້ວ, ດ້ວຍບົດຮຽນປະສົບການ ຂອງພັກກອມມູນິດ ຫວຽດນາມ ບັນດາສະມາຊິກຂອງສະພາທິດສະດີ ສູນກາງ ຈະແບ່ງປັນ ບົດຮຽນປະສົບການຂອງ ຫວຽດນາມ ຢ່າງສຸດຂີດ ເພື່ອໃຫ້ພັກປະຊາຊົນປະຕິວັດ ລາວ ຄົ້ນຄ້ວາ, ທາບທາມຄວາມເຫັນ ປັບປຸງໂຄງການ ສ້າງສາປະເທດຊາດໃຫ້ສົມບູນແບບ…

ສ່ວນຝ່າຍລາວ, ທ່ານຮອງນາຍົກລັດຖະມົນຕີ ລາວ ກິແກວ ໄຂຄຳພິທູນ ໄດ້ເນັ້ນໜັກວ່າ ກອງປະຊຸມສຳມະນາດ ທິດສະດີ ລະຫວ່າງສອງພັກ ໄດ້ດຳເນີນໃນຈຸດເວລາ ທີ່ພັກປະຊາຊົນ ປະຕິວັດ ລາວ ພວມກະກຽມ ສ້າງໂຄງການການເມືອງ ແລະ ພ້ອມທັງຜັນຂະຫຍາຍ ການຮ່ຳຮຽນ, ແບ່ງປັນບົດຮຽນປະສົບການສຳລັບວຽກງານສຳຄັນນີ້.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ

ພາຍ​ລັງ​ພິ​ທີ​ຕ້ອນ​ຮັບ, , ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ​ທ່ານ José Raúl Mulino ​ປະ​ທາ​ນາ​ທິ​ບໍ​ດີ ສ.ປາ​ນາ​ມາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ.

Top