• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢືດ​ໝັ້ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ “ຈີນ​ດຽວ”

ບົນພື້ນຖານຢືດໝັ້ນປະຕິບັດນະໂຍບາຍ “ຈີນ ດຽວ” ຮັບຮູ້ ໄຕ້ຫວັນ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຈີນ, ຫວຽດນາມ ຮັກສາ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອ, ພົວພັນແບບປອດລັດຖະບານກັບ ໄຕ້ຫວັນ ໃນບັນດາຂົງເຂດເສດຖະກິດ - ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ, ການສຶກສາ…, ບໍ່ຂະຫຍາຍການພົວພັນຂັ້ນລັດກັບ ໄຕ້ຫວັນ ບໍ່ວ່າການພົວພັນໃດ.
ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)
ວັນທີ 20 ພຶດສະພາ, ຕອບຄຳຖາມຂອງນັກຂ່າວສະເໜີໃຫ້ຮູ້ກ່ຽວກັບນະໂຍບາຍ “ຈີນ ດຽວ” ຂອງ ຫວຽດນາມ, ທ່ານນາງ ຟ້າມທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ຊີ້ແຈ້ງວ່າ: ບົນພື້ນຖານຢືດໝັ້ນປະຕິບັດນະໂຍບາຍ “ຈີນ ດຽວ” ຮັບຮູ້ ໄຕ້ຫວັນ ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຈີນ, ຫວຽດນາມ ຮັກສາ ແລະ ພັດທະນາການພົວພັນທີ່ເປັນມູນເຊື້ອ, ພົວພັນແບບປອດລັດຖະບານກັບ ໄຕ້ຫວັນ ໃນບັນດາຂົງເຂດເສດຖະກິດ - ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ, ການສຶກສາ…, ບໍ່ຂະຫຍາຍການພົວພັນຂັ້ນລັດກັບ ໄຕ້ຫວັນ ບໍ່ວ່າການພົວພັນໃດ. ຫວຽດນາມ ເຄົາລົບຫຼັກການບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ ແລະ ຖືວ່າ ຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ຊ່ອງທະເລ ໄຕ້ຫວັນ ມີບົດບາດສຳຄັນສຳລັບພາກພື້ນ ແລະ ໂລກ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ເກຼັກ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

ທ່ານຮອງນາຍົກລັດຖະມົນຕີ ໂຮ່ກວັກຢຸງ ປາດຖະໜາວ່າ ສະພາແຫ່ງຊາດ ເກຼັກ ຈະເພີ່ມທະວີການການຮ່ວມມືກັບ ຫວຽດນາມ ກ່ຽວກັບການຂົນສົ່ງທາງທະເລ, ທ່າກຳປັ່ນ - logistics

Top