• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢາກ​ແບ່ງ​ປັນ​ວິ​ໄສ​ທັດ ແລະ ປະ​ສົບ​ການ​ສາ​ກົນ ໃນ​ການ​ຟື້ນ​ຟູເສດ​ຖະ​ກິດ - ສັງ​ຄົມ ຂຽວ, ຍືນ​ຍົງ

ກອງປະຊຸມສາກົນ “ຊຸກຍູ້ການຟື້ນຟູເສດຖະກິດຂຽວ ແລະ ກວມລວມ: ບົດຮຽນຈາກປະສົບການສາກົນ” ໂດຍອົງການພັດທະນາ ສປຊ (UNDP) ແລະ ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັນຈັດຂຶ້ນໃນຕອນເຊົ້າວັນທີ 25 ກຸມພາ ຢູ່ ຮ່າໂນ້ຍ.

ກອງປະຊຸມສາກົນ “ຊຸກຍູ້ການຟື້ນຟູເສດຖະກິດຂຽວ ແລະ ກວມລວມ: ບົດຮຽນຈາກປະສົບການສາກົນ” ໂດຍອົງການພັດທະນາ ສປຊ (UNDP)  ແລະ ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັນຈັດຂຶ້ນໃນຕອນເຊົ້າວັນທີ 25 ກຸມພາ ຢູ່ ຮ່າໂນ້ຍ.

    

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ຢັ້ງຢືນວ່າ ການຟື້ນຟູເສດຖະກິດແບບຍືນຍົງແມ່ນບຸລິມະສິດແຖວໜ້າຂອງ ຫວຽດນາມ ໃນປັດຈຸບັນ. ດັ່ງນັ້ນ, ຫວຽດນາມ ຢາກຮັບຟັງຄຳແບ່ງປັນຈາກນັກຊ່ຽວຊານ, ບັນດາອົງການຈັດຕັ້ງສາກົນ, ບັນດານັກຄົ້ນຄວ້າພາຍໃນ ແລະ ຕ່າງປະເທດ ກ່ຽວກັບວິໄສທັດ ແລະ ປະສົບການສາກົນໃນການຟື້ນຟູເສດຖະກິດ - ສັງຄົມ ຂຽວ, ຍືນຍົງ ແລະ ກວມລວມ. ທ່ານກ່າວວ່າ:

“ຂ້າພະເຈົ້າຢາກໄດ້ຮັບຟັງຄຳຄິດເຫັນ, ຂໍ້ສະເໜີແນະທີ່ສຸມໃສ່ບັນດາຂົງເຂດດັ່ງນີ້: ທີໜຶ່ງແມ່ນ ການແກ້ໄຂຜົນກະທົບຈາກສິ່ງແວດລ້ອມຕໍ່ການເຕີບໂຕ. ທີສອງແມ່ນ ຮັບປະກັນວິວັດການເຕີບໂຕຢ່າງຮອບດ້ານ ແລະ ຍືນຍົງ. ທີສາມແມ່ນຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ, ປະສົບການກ່ຽວກັບການຫັນປ່ຽນເສດຖະກິດ, ພະລັງງານ, ໃຫ້ຄຳປຶກສາກ່ຽວກັບການເງິນຂຽວ, ສຳຜັດກັບເຕັກໂນໂລຢີຂຽວ ກໍຄືວິທີແກ້ໄຂຜົນກະທົບທາງສັງຄົມຂອງວິວັດການຫັນປ່ຽນ”.

(ແຫຼ່ງຄັດຈາກ VOV)

ເກີດເຫດແຜ່ນດິນໄຫວມີຄວາມແຮງ 6,3 ຣິກເຕີຢູ່ທາງພາກເໜືອ ອາບການິດສະຖານ, ມີຄວາມສ່ຽງເກີດມີຜູ້ຮັບບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ

ເກີດເຫດແຜ່ນດິນໄຫວມີຄວາມແຮງ 6,3 ຣິກເຕີຢູ່ທາງພາກເໜືອ ອາບການິດສະຖານ, ມີຄວາມສ່ຽງເກີດມີຜູ້ຮັບບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ

ເຫດແຜ່ນດິນໄຫວມີຄວາມເລິກປະມານ 28 ກມ, ດ້ວຍຈຸດເກີດແມ່ນໃກ້ກັບນະຄອນ Mazar-i-Sharif ແລະ ເທດສະບານເມືອງ Khulm, ຂຶ້ນກັບແຂວງ Balkh.

Top