• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢັ້ງ​ຢືນ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດ​ທະ​ນາ​ການ​ຮ່ວມ​ມື​ໃນ​ການ​ໝູນ​ໃຊ້ AI

ເລື່ອງທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ບຸຍຮວ່າງເຟືອງ ຕາງໜ້າຫວຽດນາມເຂົ້າຮ່ວມກອງປະຊຸມ ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການໝູນໃຊ້ AI ເຂົ້າການພັດທະນາເສດຖະກິດ ສັງຄົມ.
ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ບຸຍຮວ່າງເຟືອງ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ ກອງປະຊຸມ (ພາບ: MIC)

ໃນລະຫວ່າງວັນທີ 10 ກຸມພາ ຫາວັນທີ 12 ກຸມພາ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ບຸຍຮວ່າງເຟືອງ, ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ໄປເຂົ້າຮ່ວມກອງປະຊຸມສຸດຍອດການກະທຳກ່ຽວກັບປັນຍາປະດິດ (AI) ຢູ່ນະຄອນຫຼວງ ປາຣີ, ຝລັ່ງ. ເລື່ອງທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ບຸຍຮວ່າງເຟືອງ ຕາງໜ້າຫວຽດນາມເຂົ້າຮ່ວມກອງປະຊຸມ ສະແດງໃຫ້ເຫັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການໝູນໃຊ້ AI ເຂົ້າການພັດທະນາເສດຖະກິດ ສັງຄົມ, ພ້ອມທັງເປີດຫຼາຍໂອກາດຮ່ວມມືກັບບັນດາຄູ່ຮ່ວມມືສາກົນ.

ຢູ່ນອກກອງປະຊຸມ, ວັນທີ 12 ກຸມພາ, ທ່ານຮອງລັດຖະມົນຕີບຸຍຮວ່າງເຟືອງໄດ້ເຂົ້າຮ່ວມເວທີປາໄສເສດຖະກິດອາຊີຕາຕາເວັນອອກສ່ຽງໃຕ້ໂດຍກະຊວງການຄ້າຕ່າງປະເທດ ຝລັ່ງ ຈັດຂຶ້ນ. ຢູ່ເວທີປາໄສດຳເນີນທຸລະກິດອາຊີຕາເວັນອອກສ່ຽງໃຕ້, ທ່ານ ລັດຖະມົນຕີຮັບຜິດຊອບການຄ້າຕ່າງປະເທດ ແລະ ຊາວຝລັ່ງອາໄສຢູ່ຕ່າງປະເທດ Laurent Saint-Martin ໄດ້ໃຫ້ການຕ້ອນຮັບທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ບຸຍຮວ່າງເຟືອງ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ຄວາມມານະພະຍາຍາມຂອງສະຫະປະຊາຊາດ

ທ່ານນາຍົກລັດຖະມົນຕີ ເລມິງຮຶງ ສະເໜີໃຫ້ບັນດາ ອົງການສະຫະປະຊາຊາດ ເສີມຂະຫຍາຍທ່າແຮງດ້ານວິຊາສະເພາະ ແລະ ເຄືອຂ່າຍຄູ່ຮ່ວມມືທົ່ວໂລກໜູນຊ່ວຍ ຫວຽດນາມ ເຂົ້າເຖິງພູມປັນຍາ

Top