• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຢັ້ງ​ຢືນ​ສະ​ໜັບ​ສະ​ໜູນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ນິວ​ເຄຼຍ ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ

ກ່າວຄຳເຫັນຕາງໜ້າ ຫວຽດນາມ, ທ່ານ ຮ່າກິມງອກ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26), ພິເສດແມ່ນເປົ້າໝາຍບັນລຸໄດ້ການປ່ອຍອ້າຍກາກບອນລົງໃນລະດັບ 0 ໃນປີ 2050.
  ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອກ ກ່າວຄຳເຫັນທີ່ການປຶກສາຫາລື  

ວັນທີ 2 ສິງຫາ, ຢູ່ນິວຢອກ, ປະເທດ ອາເມລິກາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຮ່າກິມງອກ ໄດ້ເຂົ້າຮ່ວມການປຶກສາຫາລື ໂດຍທ່ານນາງລັດຖະມົນຕີພະລັງງານ ອາເມລິກາ Jennifer Granholm ເປັນປະທານ ດ້ວຍຫົວຂໍ້ “ຕ້ານການແຜ່ຂະຫຍາຍພະລັງງານນິວເຄຼຍ ແລະ ການປ່ຽນແປງຂອງດິນຟ້າອາກາດ”. ເຫດການໄດ້ດຳເນີນຢູ່ນອກສັບປະດາປຶກສາຫາລືລວມ ກອງປະຊຸມ ສຳຫຼວດກວດຄືນ ສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ຄັ້ງທີ 10.

ກ່າວຄຳເຫັນຕາງໜ້າ ຫວຽດນາມ, ທ່ານ ຮ່າກິມງອກ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26), ພິເສດແມ່ນເປົ້າໝາຍບັນລຸໄດ້ການປ່ອຍອ້າຍກາກບອນລົງລະດັບ 0 ໃນປີ 2050. ທ່ານຮອງລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ໄດ້ປະຕິບັດບັນດາພັນທະແຫ່ງຊາດຂອງຕົນຕໍ່ອົງການພະລັງງານປະລາມານູສາກົນ(IAEA) ຢ່າງເຂັ້ມງວດ ແລະ ຄົບຖ້ວນ ແລະ ໃຫ້ຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນ ບົດບາດໃຈກາງຂອງອົງການ IAEA ໃນການນຳໃຊ້ເຕັກໂນໂລຢີນິວເຄຼຍເພື່ອເປົ້າໝາຍສັນຕິພາບ.

ໃນວັນດຽວກັນ, ທ່ານຮ່າກິມງອກໄດ້ພົບປະ ແລະ ເຮັດວຽກກັບທ່ານ Volker Turk ຮອງເລຂາທິການໃຫຍ່ ສປຊ, ຮັບຜິດຊອບກ່ຽວກັບນະໂຍບາຍ ແລະ ຫົວໜ້າຄະນະຜູ້ແທນ ປະເທດອັງກິດ, ກີກິດສະຖານ, ນອກແວ, ຣູມານີ, ສະໂລວານີ ແລະ ອົດສະຕາລີ ເພື່ອແລກປ່ຽນກ່ຽວກັບບັນດາສອງຝ່າຍ ກໍ່ຄືປຶກສາຫາລື ກ່ຽວກັບສະພາບການສາກົນ ແລະ ພາກພື້ນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top