ວັນທີ 22 ພຶດສະພາ, ເມື່ອຕອບສຳພາດຂອງນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ຄຳກ່າວຫາຂອງກະຊວງຍຸຕິທຳ ອາເມລິກາ ສຳລັບ ສະຫາຍ ພົນເອກ Raul Castro, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ: “ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ມາດຕະການທາງຕຸລາການຂອງກະຊວງຍຸຕິທຳ ອາເມລິກາ ທີ່ໄດ້ປະກາດບົດກ່າວໂທດທາງອາຍາສຳລັບທ່ານ Raul Castro ອະດີດເລຂາທີ 1 ພັກກອມມູນິດ ກູບາ, ອະດີດປະທານສະພາລັດຖະມົນຕີ ແຫ່ງ ສ. ກູບາ.
ຫວຽດນາມ ຮຽກຮ້ອງໃຫ້ດຳເນີນການສົນທະນາທີ່ມີລັກສະນະສ້າງສັນ ບົນພື້ນຖານເຄົາລົບກົດໝາຍສາກົນ, ກົດບັດ ສປຊ, ເຄົາລົບເອກະລາດ, ອະທິປະໄຕ ແລະ ບໍ່ແຊກແຊງເຂົ້າບັນດາວຽກງານພາຍໃນຂອງບັນດາປະເທດ. ອີກຄັ້ງໜຶ່ງ, ຫວຽດນາມ ຢັ້ງຢືນນ້ຳໃຈສາມັກຄີ, ມິດຕະພັນອັນເປັນມູນເຊື້ອກັບປະຊາຊົນ ກູບາ ອ້າຍນ້ອງ ຢ່າງແຮງ, ຮຽກຮ້ອງປະຕິບັດບັນດາມະຕິຂອງສະມັດຊາໃຫຍ່ ສປຊ ຍົກເລີກການປິດລ້ອມ, ຂວ້ຳບາດຕາມລຳພັງຝ່າຍດຽວຕ້ານຄືນ ກູບາ.







