ຂ່າວສານ
ຫວຽດນາມ ຢັ້ງຢືນທີ່ຕັ້ງສະມາຊິກທີ່ມີຄວາມຮັບຜິດຊອບໃນກອງປະຊຸມສະມັດຊາໃຫຍ່ ສົນທິສັນຍາປີ 2003 ຂອງອົງການ UNESCO
ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນກວ່າ 650 ທ່ານ ທີ່ມາຈາກ 185 ປະເທດສະມາຊິກ. ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານ ໂງເລວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການ UNESCO ແຫ່ງຊາດ ຫວຽດນາມ.
ໃນກອງປະຊຸມ, ທ່ານຮອງລັດຖະມົນຕີ ໂງເລວັນ ສະເໜີໃຫ້ UNESCO ແລະ ບັນດາປະເທດສະມາຊິກສືບຕໍ່ລະດົມບັນດາແຫຼ່ງກຳລັງໃໝ່, ປະດິດຄິດສ້າງ; ຂຸດຄົ້ນເຕັກໂນໂລຢີຢ່າງມີປະສິດທິຜົນ; ຊຸກຍູ້ຄວາມຜູກພັນລະຫວ່າງສົນທິສັນຍາ 203 ດ້ວຍບັນດາສົນທິສັນຍາວັດທະນະທຳອື່ນຂອງ UNESCO, ໂດຍສະເພາະແມ່ນສົນທິສັນຍາປີ 1972 ກ່ຽວກັບການປົກປັກຮັກສາມໍລະດົກວັດທະນະທຳ ແລະ ທຳມະຊາດໂລກ. ທ່ານປະທານຄະນະກຳມະການ UNESCO ແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ: ແມ່ນໜຶ່ງໃນບັນດາປະເທດທີ່ເຂົ້າຮ່ວມສົນທິສັນຍາ 2023 ແຕ່ຫົວທີ, ຫວຽດນາມ ຍາມໃດກໍຖືວັດທະນະທຳແມ່ນພື້ນຖານທາງດ້ານຈິດໃຈຂອງສັງຄົມ, ທັງແມ່ນເປົ້າໝາຍ, ທັງແມ່ນກຳລັງໜູນຂອງການພັດທະນາແບບຍືນຍົງ. ທ່ານຮອງລັດຖະມົນຕີ ໂງເລວັນ ຢັ້ງຢືນ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນເຈົ້າການ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ, ຮ່ວມເດີນທາງພ້ອມກັບ UNESCO ແລະ ບັນດາປະເທດສະມາຊິກເພື່ອໃຫ້ສົນທິສັນຍາສະບັບນີ້ສືບຕໍ່ແມ່ນຂອບເຂດການຮ່ວມມືວັດທະນະທຳມະນຸດ, ມີປະສິດທິຜົນ, ປະກອບສ່ວນໃຫ້ໂລກມີຄວາມຫຼາຍຮູບຫຼາຍແບບ, ກວມລວມ ແລະ ສັນຕິພາບກວ່າ.






