ນີ້ແມ່ນໂອກາດເພື່ອໃຫ້ຜູ້ຕາງໜ້ານັກຄຸ້ມຄອງ, ວິສາຫະກິດແບ່ງປັນບັນຫາຕົວຈິງ, ມາດຕະການ ເພື່ອຊຸກຍູ້ການໝູນໃຊ້, ພັດທະນາ AI ຕິດພັນກັບຍຸດທະສາດແຫ່ງຊາດກ່ຽວກັບການຫັນເປັນດີຈີຕອນ ແລະ ພັດທະນາ AI ຢູ່ ຫວຽດນາມ.
ເມື່ອກ່າວຄຳເຫັນໄຂພິທີ, ທ່ານ ບຸ່ນຮວ່າງເຟືອງ, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນລຢີ, ໄດ້ແບ່ງປັນບັນດາກຳນົດທິດສຳຄັນໃນການສ້າງກອບນິຕິກຳສຳຄັນໃນການສ້າງກອບນິຕິກຳໃຫ້ແກ່ AI ຢູ່ ຫວຽດນາມ, ຢັ້ງຢືນທີ່ຕັ້ງບົດບາດນຳໜ້າຂອງປະເທດໃນຂົງເຂດນີ້. ຕາມທ່ານບຸ່ຍຮວ່າງເຟືອງ ແລ້ວ, ຄາດວ່າ ກົດໝາຍວ່າດ້ວຍປັນຍາປະດິດ ຈະໄດ້ຍື່ນສະເໜີຕໍ່ສະພາແຫ່ງຊາດໃນທ້າຍປີ 2025. ເມື່ອໄດ້ຮັບການຮັບຮອງເອົາ, ຫວຽດນາມ ຈະກາຍເປັນໜຶ່ງໃນຈຳນວນໜ້ອຍປະເທດທີ່ມີກອບນິຕິກຳຮອບດ້ານກ່ຽວກັບ AI.
ໃນເຫດການ, ບັນດາຜູ້ແທນໄດ້ປຶກສາຫາລືບາງເນື້ອໃນ ແລະ ມີພິທີມອບລາງວັນປັນຍາປະດິດ ຫວຽດນາມ - AI Awards 2025; ການເຄື່ອນໄຫວ Business Matching ແນໃສ່ເຊື່ອມຕໍ່ບັນດາວິສາຫະກິດ; ການເຄື່ອນໄຫວ AI Expo & AI Show ດ້ວຍບັນດາຮ້ານວາງສະແດງແນະນຳ, ສຳຜັດກັບຜະລິດຕະພັນ AI.