• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ມີ​ເງື່ອນ​ໄຂ​ຢ່າງ​ພຽງ​ພໍ​ເພື່ອ​ກໍ່​ສ້າງ, ພັດ​ທະ​ນາ​ສູນ​ການ​ເງິນ​ສາ​ກົນ

ປັດຈຸບັນ ຫວຽດນາມມີທ່າໄດ້ປຽບພິເສດສະເພາະ ຄື: ເສດຖະກິດພັດທະນາໄວ, ແຫຼ່ງຊັບພະຍາກອນມະນຸດທີ່ອຸດົມສົມບູນ, ຄຸນນະພາບນັບມື້ນັບເພີ່ມຂຶ້ນ, ພື້ນຖານໂຄງລ່າງພວມໄດ້ຮັບການກໍ່ສ້າງສຳເລັດ ແລະ ພັດທະນາໂດຍໄວ.
ກອງປະຊຸມສຳມະນາການພັດທະນາສູນການເງິນສາກົນຢູ່ ຫວຽດນາມ

ຕອນບ່າຍວັນທີ 16 ມັງກອນ, ຢູ່ນະຄອນ ດ່ານັ້ງ, ໄດ້ດຳເນີນກອງປະຊຸມສຳມະນາການພັດທະນາສູນການເງິນສາກົນຢູ່ ຫວຽດນາມ, ດ້ວຍການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫງວຽນຮ່ວາບິ່ງ. ກອງປະຊຸມສຳມະນາ ມີການເຂົ້າຮ່ວມຂອງຜູ້ແທນປະມານ 400 ຄົນ ແມ່ນການນຳຂັ້ນສູນກາງ, ບັນດາທ້ອງຖິ່ນ, ອົງການຈັດຕັ້ງສາກົນ, ນັກລົງທຶນຍຸດທະສາດ ທັງຢູ່ພາຍໃນ ແລະ ຕ່າງປະເທດ,

ຕາມບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາແລ້ວ, ປັດຈຸບັນ ຫວຽດນາມມີທ່າໄດ້ປຽບພິເສດສະເພາະ ຄື: ເສດຖະກິດພັດທະນາໄວ, ແຫຼ່ງຊັບພະຍາກອນມະນຸດທີ່ອຸດົມສົມບູນ, ຄຸນນະພາບນັບມື້ນັບເພີ່ມຂຶ້ນ, ພື້ນຖານໂຄງລ່າງພວມໄດ້ຮັບການກໍ່ສ້າງສຳເລັດ ແລະ ພັດທະນາໂດຍໄວ. ຖ້າຍາດແຍ່ງໄດ້ໂອກາດນີ້ເປັນຢ່າງດີ, ຫວຽດນາມ ຈະໄດ້ຮັບແຫຼ່ງກຳລັງດ້ານການເງິນທີ່ຫັນປ່ຽນຈາກບັນດາສູນການເງິນສາກົນໃຫຍ່ ໃນພາກພື້ນ ກໍ່ຄືສາກົນເພື່ອກ້າວກະໂດດຂັ້ນ ແລະ ສ້າງຖານະທີ່ຕັ້ງໃໝ່, ນຳຫວຽດນາມເຂົ້າລະບົບມູນຄ່າເສດຖະກິດທົ່ວໂລກຢ່າງເລິກເຊິ່ງກ່ວາ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຮ່ວາບິ່ງໃຫ້ຄຳໝັ້ນສັນຍາວ່າ:

ຂ້າພະເຈົ້າມີຄວາມປາດຖະໜາຢ່າງຍິ່ງວ່າ ການນຳສອງນະຄອນ, ບັນດາກະຊວງ, ຂະແໜງການຈະປະຕິບັດຄວາມຕັດສິນໃຈຂອງການນຳພັກ, ລັດ ໃຫ້ເປັນຢ່າງດີ. ໃນອະນາຄົດອັນໃກ້ໆນີ້, ພວກເຮົາຈະມີກຳລັງດຶງດູດຢ່າງພຽງພໍ, ເປັນໜ້າໄວ້ເນື້ອເຊື່ອໃຈຕໍ່ບັນດານັກລົງທຶນ. ພວກເຮົາຈະມີພື້ນຖານໂຄງລ່າງວັດສະດຸ ແລະ ສະພາບແວດລ້ອມແຫ່ງການດຳລົງຊີວິດທີ່ເປັນມິດ, ດຶງດູດ, ບັນດາກົນໄກນະໂຍບາຍກໍ່ມີຄວາມດຶງດູດໃຈ ເພື່ອໃຫ້ສູນການເງິນສອງສູນປະກົດຜົນເປັນຈິງໂດຍໄວ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ​ອົງ​ຄ​ະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຢ້ຽມ​ຢາມ, ອວຍ​ພອນ​ບຸນ​ເຕັດ​ອົງ​ຄ​ະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ, ປະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ

ຕອນຄ່ຳວັນທີ 16 ກຸມພາ, ກົງກັບວັນທີ 29 ເດືອນ 12 ປີ ມະເສັງ 2025), ກ່ອນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ສັກສິດ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ໄປຢ້ຽມຢາມ, ອວຍພອນບຸນປີໃໝ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນຫຼວງ ຮ່າໂນ້ຍ.

Top