• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ມີ​ລະ​ດັບ​ການ​ເຕີບ​ໂຕ​ສູງ​ກ່ຽວ​ກັບ​ເສດ​ຖະ​ກິດ​ດີ​ຈ​ີ​ຕອນ​ໃນ​ພາກ​ພື້ນ ອາ​ຊຽນ

ຕອນເຊົ້າວັນທີ 4 ພະຈິກ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມສຳມະນາດ້ວຍຫົວຂໍ້ “ພັດທະນາການຄ້າເອເລັກໂຕນິກ ຫວຽດນາມ ໃນສັງກາດດີຈີຕອນ”. ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາຖືວ່າ ຫວຽດນາມ ມີລະດັບການເຕີບໂຕເສດຖະກິດດີຈີຕອນສູງໃນພາກພື້ນ ອາຊຽນ ແລະ ສະເໜີຫຼາຍມາດຕະການພັດທະນາການຄ້າເອເລັກໂຕນິກໃນທຸກຂົງເຂດຂອງຊີວິດສັງຄົມ ແລະ ການດຳເນີນທຸລະກິດ.

ຕາມການສະຖິຕິແລ້ວ, ປັດຈຸບັນ, ຫວຽດນາມ ແລະ ອິນໂດເນເຊຍ ແມ່ນສອງປະເທດພວມນຳໜ້າກ່ຽວກັບລະດັບການເຕີບໂຕຂອບຂະໜາດການພັດທະນາເສດຖະກິດດີຈີຕອນໃນພາກພື້ນ ອາຊຽນ, ບັນລຸລະດັບສະເລ່ຍ 38% ຕໍ່ປີ, ໃນຂະນະທີ່ບັນດາປະເທດຍັງເຫຼືອມີລະດັບການເຕີບໂຕແຕ່ 20 – 30% ໃນແຕ່ລະປີ. ຕາມທ່ານນາງ ຫງວຽນທິມິນຮວ່ຽນ, ຮອງຫົວໜ້າກົມການຄ້າເອເລັກໂຕນິກ ແລະ ເສດຖະກິດດີຈີຕອນ, ກະຊວງອຸດສາຫະກຳ ແລະ ການຄ້າ, ໃນແຜນການສັງລວມພັດທະນາການຄ້າເອເລັກໂຕນິກແຫ່ງຊາດ ໄລຍະ 2021 – 2025 ໂດຍນາຍົກລັດຖະມົນຕີຫາກໍອະນຸມັດຜ່ານ, ການຄ້າເອເລັກໂຕນິກແມ່ນໜຶ່ງໃນບັນດາຂົງເຂດນຳໜ້າຂອງພື້ນຖານເສດຖະກິດດີຈີຕອນ, ຊ່ວຍວິສາຫະກິດຍົກສູງກຳລັງແກ້ງແຍ້ງ, ພັດທະນາຕະຫຼາດສົ່ງອອກ.

        “ການຄ້າເອເລັກໂຕນິກນັບມື້ນັບຢັ້ງຢືນວ່າ ແມ່ນໜຶ່ງໃນບັນດາຊ່ອງທາງຈຳໜ່າຍສຳຄັນທັນສະໄໝ ໄປຄຽງຄູ່ກັບຊ່ອງທາງຈຳໜ່າຍແບບເກົ່າ. ໃນຂໍ້ຕົກລົງຂອງນາຍົກລັດຖະມົນຕີ ໄດ້ມີການກຳນົດທິດວ່າ ຮອດປີ 2025 ເສດຖະກິດດີຈີຕອນໃຫ້ກວມເອົາ 20% GDP  ແລະ ການຄ້າເອເລັກໂຕນິກແມ່ນໜຶ່ງໃນບັນດາສ່ວນປະກອບສຳຄັນສຳລັບເປົ້າໝາຍໃຫ້ບັນລຸຄາດໝາຍ ຮອດປີ 2025 ຍອດມູນຄ່າຂາຍຍ່ອຍການຄ້າເອເລັກໂຕນິກ, ການບໍລິການໃນທົ່ວປະເທດ ບັນລຸ 35 ຕື້ USD”.

(ແຫຼ່ງຄັດຈາກ VOV)

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ໂປໂລຍ ມາລົງທຶນ

ລັດຖະບານ ຫວຽດນາມ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ໂປໂລຍ ມາລົງທຶນ

ທ່ານສະເໜີໃຫ້ LOT ນຳໜ້າເປີດສາຍການບິນມາ ຫວຽດນາມ ຄືນໃໝ່, ສືບຕໍ່ຮ່ວມມືກັບບໍລິສັດການບິນແຫ່ງຊາດ Vietnam Airlines ເພື່ອຂຸດຄົ້ນບັນດາສາຍການບິນ

Top