• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ມີນັກ​ກິ​ລາ 5 ຄົນ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຊີງ​ຊະ​ນະ​ເລີດ Breaking ອາ​ຊີ ເປີດກວ້າງ

ສະມາຄົມກິລາເອເລັກໂຕນິກບັນເທິງ ຫວຽດນາມ (VIRESA) ໄດ້ຈັດສົ່ງນັກກິລາທິມ Breaking ແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ ໂດຍມີນັກກິລາເພດຍິງ 2 ຄົນ ແລະ ເພດຊາຍ 3 ຄົນ.
ນັກກິລາເພດຍິງ 2 ຄົນທີ່ເຂົ້າຮ່ວມການແຂ່ງຂັນຊີງຊະນະເລີດ Breaking ອາຊີ ເປີດກວ້າງ (ພາບ:TTXVN)

ໃນເວລາ 2 ວັນ, ຄືວັນທີ 01 – 02 ກໍລະກົດ, ນັກກິລາ 5 ຄົນຂອງທິມ Breaking ແຫ່ງຊາດ ຫວຽດນາມ ໄດ້ຖືກສົ່ງໄປເຂົ້າຮ່ວມງານແຂ່ງຂັນຊິງຊະນະເລີດກິລາປະເພດ Breaking ອາຊີເປີດກວ້າງ (WDSF Asian Breaking Championship 2023)  ເຊິ່ງຈັດຂຶ້ນຢູ່ນະຄອນ ຫາງໂຈ, ປະເທດ ຈີນ. ສະມາຄົມກິລາເອເລັກໂຕນິກບັນເທິງ ຫວຽດນາມ (VIRESA) ໄດ້ຈັດສົ່ງນັກກິລາທິມ Breaking ແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ ໂດຍມີນັກກິລາເພດຍິງ 2 ຄົນ ແລະ ເພດຊາຍ 3 ຄົນ.

WDSF Asian Breaking Championship 2023 ປີນີ້ ລວມມີບັນດານັດແຂ່ງຂັນ “battle” ຕີກັນລະຫວ່າງ 81 B-Boy ແລະ 49 B-Girl ທີ່ມາຈາກ 30 ປະເທດ ແລະ ເຂດແຄວ້ນໃນທົ່ວ ອາຊີ.ຖ້າຫາກວ່າຍາດໄດ້ໄຊຂະນະໃນການແຂ່ງຂັນຄັ້ງນີ້, ທິມ Breaking ຫວຽດນາມ ຈະມີໂອກາດເຂົ້າຮ່ວມການແຂ່ງຂັນທີ່ງານມະຫາກໍາກິລາລະດູຮ້ອນ 2024 ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມໃຫຍ່ຄັ້ງທີ XIV ສິ້ນສຸດວາລະປະກອບຄຳເຫັນ: ບັນດາຄຳເຫັນໄດ້ເປັນເອກະພາບຢ່າງສູງຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່

ກອງປະຊຸມໃຫຍ່ຄັ້ງທີ XIV ສິ້ນສຸດວາລະປະກອບຄຳເຫັນ: ບັນດາຄຳເຫັນໄດ້ເປັນເອກະພາບຢ່າງສູງຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່

ຄະນະປະທານກອງປະຊຸມໃຫຍ່ໄດ້ຕີລາຄາສູງບັນດາເນື້ອໃນປະກອບຄຳເຫັນ ແລະ ບັນດາຄຳກ່າວປາໄສຢ່າງສຸດຈິດສຸດໃຈ, ມີສະຕິປັນຍາຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.

Top