• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ ປະ​ຕິ​ບັດ​ບັນ​ດາ​ພັນ​ທະ​ຂອງ​ສະ​ມາ​ຊິກ​ສົນ​ທິ​ສັນ​ຍາ​ຕ້ານ​ການ​ທໍ​ລະ​ມານ

ບັນດາຜູ້ແທນ ໄດ້ສະເໜີຫຼາຍບົດປະກອບຄຳເຫັນ ສະໜອງບັນດາຂໍ້ມູນທີ່ມີປະໂຫຍດ ກ່ຽວກັບການຜັນຂະຫຍາຍປະຕິບັດ ສົນທິສັນຍາຕ້ານການທໍລະມານຢູ່ບັນດາກະຊວງ, ຂະແໜງການ....

ວັນທີ 22 ພະຈິກ, ຢູ່ ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ສົມທົບກັບໂຄງການພັດທະນາ ສປຊ (UNDP) ປະຈຳ ຫວຽດນາມ ໄດ້ຈັດກອງປະຊຸມສຳມະນາ ແນະນຳບົດລາຍງານແຫ່ງຊາດຄັ້ງທີ 2 ຂອງ ຫວຽດນາມ ກ່ຽວກັບການປະຕິບັດບັນດາພັນທະຂອງສະມາຊິກສົນທິສັນຍາຕ້ານການທໍລະມານ ແລະ ບັນດາຮູບແບບການປະພຶດ ຫຼືລົງໂທດຢ່າງໂຫດຮ້າຍ, ໄຮ້ມະນຸດສະທຳ ຫຼືເຮັດໃຫ້ມະນຸດອັບອາຍຂາຍໜ້າ (CAT).

  ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ໄດ້ສະເໜີຫຼາຍບົດປະກອບຄຳເຫັນ ສະໜອງບັນດາຂໍ້ມູນທີ່ມີປະໂຫຍດ ກ່ຽວກັບການຜັນຂະຫຍາຍປະຕິບັດ ສົນທິສັນຍາຕ້ານການທໍລະມານຢູ່ບັນດາກະຊວງ, ຂະແໜງການ, ຫົວໜ່ວຍທີ່ກ່ຽວຂ້ອງ, ບັນດາມາດຕະການປົກປ້ອງສິດທິມະນຸດໃນການຄຸ້ມຂັງ ກໍ່ຄືບັນດາບັນຫາກ່ຽວຂ້ອງເຖິງການດຳເນີນຄະດີ ຮັບປະກັນສິດບໍ່ຖືກທໍລະມານ, ການປະຕິບັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບສິດທິມະນຸດ…

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ສືບ​ຕໍ່​ກຳ​ນົດ​ການ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ-ລາວ ແມ່ນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ແຕ່​ລະ​ປະ​ເທດ

ທ່ານນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິນ​ຮຶງ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ດຳ​ເນີນ​ການ​ພົບ​ປະ​ສົນ​ທະ​ນາ.

Top