• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ ສ.ເກົາຫຼີ ແລກ​ປ່ຽນ​ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ປ່ຽນ​ແປງ​ໃໝ່​ການ​ສຶກ​ສາ

ຄະນະຜູ້ແທນ ຫວຽດນາມ ໄດ້ມີການແບ່ງປັນ ທີ່ສຸມໃສ່ເຂົ້າບັນດາສິ່ງທ້າທາຍ, ກາລະໂອກາດຂອງຄູສອນໃນວິວັດທະນາການຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຂອງວິວັດທະນາການປ່ຽນແປງໃໝ່ການສຶກສາ.
ກອງປະຊຸມສະພາການສຶກສາອາຊຽນ ແລະ ສ.ເກົາຫຼີ (ACT+1) ຄັ້ງທີ 37 (ພາບ: TTXVN)

ຄະນະຜູ້ແທນກຳມະບານ ການສຶກສາ ຫວຽດນາມ ໂດຍທ່ານປະທານ ຫງວຽນງອກເອິນ ນຳໜ້າໄດ້ເຂົ້າຮ່ວມກອງປະຊຸມສະພາການສຶກສາອາຊຽນ ແລະ ສ.ເກົາຫຼີ (ACT+1) ຄັ້ງທີ 37 ໄດ້ຈັດຂຶ້ນຢູ່ ນະຄອນຫຼວງ Kuala Lumpur, ປະເທດ ມາເລເຊຍ ດ້ວຍຫົວຂໍ້ “ກຳນົດທິດການສຶກສາໃນອະນາຄົດ”.

ໂດຍໄດ້ດຳເນີນມໃນລະຫວ່າງວັນທີ 15 – 17 ກັນຍາ, ACT+1 ຄັ້ງທີ 37 ດຶງດູດການເຂົ້າຮ່ວມຂອງພະນັກງານ, ຄູສອນ 600 ຄົນທີ່ມາຈາກບັນດາອົງການກຳມະການການສຶກສາ, ກຳມະບານຄູສອນ ແລະ ສະມາຄົມ ຄູສອນ ຂອງ 9 ປະເທດສະມາຊິກ ACT+1 ລວມມີ ສ.ເກົາຫຼີ ແລະ 8 ປະເທດສະມາຊິກ ອາຊຽນຄື: ບຣູໄນ, ອິນໂດເນເຊຍ, ມາເລເຊຍ, ລາວ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ. ຄະນະຜູ້ແທນ ຫວຽດນາມ ໄດ້ມີການແບ່ງປັນ ທີ່ສຸມໃສ່ເຂົ້າບັນດາສິ່ງທ້າທາຍ, ກາລະໂອກາດຂອງຄູສອນໃນວິວັດທະນາການຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການຂອງວິວັດທະນາການປ່ຽນແປງໃໝ່ການສຶກສາ. ນອກຈາກນັ້ນ, ຄະນະຜູ້ແທນ ຫວຽດນາມ ກໍ່ໄດ້ເຂົ້າຮ່ວມຫຼາຍການເຄື່ອນໄຫວພົບປະແລກປ່ຽນ, ສະແດງສິລະປະ ແລະ ວາງສະແດງແນະນຳບັນດາຜະລິດຕະພັນ ກາເຟປະເພດຕ່າງໆ.

(ແຫຼ່ງຄັດຈາກ VOV)

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ສອງ​ຝ່າຍ​ຕ້ອງ​ຫັນ​ການ​ພົວ​ພັນ​ຈາກ​ການ​ຮ່ວມ​ມື​ແບບ​ເກົ​າ​ບົນ​ພື້ນ​ຖານມອບ​ຮັບ - ຖ່າຍ​ທອດ ໄປ​ຍັງ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ລະ​ບູບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ”.

Top