• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ພັດ​ທະ​ນາ ແລະ ເປັນ​ເຈົ້າ​ຂອງ​ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ​ອີງ​ໃສ່​ມາດ​ຕະ​ຖານ​ເປີດ

ເພື່ອເປັນເຈົ້າຂອງດີຈີຕອນໃນອະນາຄົດ, ຫວຽດນາມ ຕ້ອງເປັນເຈົ້າຂອງປັນຍາປະດິດ (AI). ເປັນເຈົ້າຂອງ AI, ເຕັກໂນໂລຢີເປີດ ດ້ວຍແຫຼ່ງຂໍ້ມູນທີ່ໄດ້ຮັບການແບ່ງປັນຢ່າງປອດໄພ, ພື້ນຖານໂຄງລ່າງຄິດໄລ່ພາຍໃນປະເທດ ແລະ ປະຊາຄົມພ້ອມກັນປະດິດຄິດສ້າງນັ້ນ ແມ່ນເສັ້ນທາງສັ້ນທີ່ສຸດ.
ທ່ານລັດຖະມົນຕີກະຊວງວິທະຍາສາດ - ເຕັກໂນໂລຢີ ຫງວຽນແມັ້ງຮຸ່ງ ກ່າວຄຳເຫັນໄຂເວທີປາໄສ (ພາບ: VOV)

ນີ້ແມ່ນສານຂອງເວທີປາໄສເຕັກໂນໂລຢີເປີດປີ 2025 ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈັດຂຶ້ນຢູ່ ຮ່າໂນ້ຍ, ຕອນບ່າຍວັນທີ 03 ພະຈິກ, ດ້ວຍຫົວຂໍ້ “AI ດ້ວຍເຕັກໂນໂລຢີເປີດ ແລະ ລະຫັດແຫຼ່ງເປີດ”. ເວທີປາໄສມີການເຂົ້າຮ່ວມຂອງຫຼາຍກຸ່ມບໍລິສັດ, ວິສາຫະກິດເຕັກໂນໂລຢີພາຍໃນ ແລະ ຕ່າງປະເທດ, ເຊັ່ນ: Quantum, Palo Alto Networks, Arista Networks, Viettel, ບໍລິສັດຫຸ້ນສ່ວນແຈກຢາຍເຕັກໂນໂລຢີ  Asia Pacific... ປະກອບສ່ວນຊຸກຍູ້ການຮ່ວມມືສາກົນ, ແບ່ງປັນພຸມພັນຍາ, ໜູນຊ່ວຍພື້ນຖານໂຄງລ່າງດີຈີຕອນຮັບໃຊ້ການພັດທະນາ AI ເປີດ ແລະ ລະຫັດແຫຼ່ງເປີດຢູ່ ຫວຽດນາມ.

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ເນັ້ນໜັກວ່າ ການເລືອກເຟັ້ນພັດທະນາເຕັກໂນໂລຢີເປີດ, ພັດທະນາຊອບແວແຫຼ່ງເປີດ, ເປີດຂໍ້ມູນເພື່ອໃຫ້ສ່ວນບຸກຄົນ, ວິສາຫະກິດເຂົ້າຮ່ວມການປະດິດຄິດສ້າງຄຸນຄ່າໃໝ່ ແມ່ນທິດທາງຂອງ ຫວຽດນາມ. ສຳລັບທິດທາງນີ້, ຫວຽດນາມ ຈະພັດທະນາກາຍເປັນປະເທດເຕັກໂນໂລຢີ, ອີງໃສ່ແລະສືບທອດພູມປັນຍາຂອງມວນມະນຸດ ແຕ່ກໍ່ປະກອບສ່ວນໃຫ້ແກ່ພູມປັນຍາຂອງມວນມະນຸດ. 

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top