ເພື່ອເປັນເຈົ້າຂອງດີຈີຕອນໃນອະນາຄົດ, ຫວຽດນາມ ຕ້ອງເປັນເຈົ້າຂອງປັນຍາປະດິດ (AI). ເປັນເຈົ້າຂອງ AI, ເຕັກໂນໂລຢີເປີດ ດ້ວຍແຫຼ່ງຂໍ້ມູນທີ່ໄດ້ຮັບການແບ່ງປັນຢ່າງປອດໄພ, ພື້ນຖານໂຄງລ່າງຄິດໄລ່ພາຍໃນປະເທດ ແລະ ປະຊາຄົມພ້ອມກັນປະດິດຄິດສ້າງນັ້ນ ແມ່ນເສັ້ນທາງສັ້ນທີ່ສຸດ.
ທ່ານລັດຖະມົນຕີກະຊວງວິທະຍາສາດ - ເຕັກໂນໂລຢີ ຫງວຽນແມັ້ງຮຸ່ງ ກ່າວຄຳເຫັນໄຂເວທີປາໄສ (ພາບ: VOV)
ນີ້ແມ່ນສານຂອງເວທີປາໄສເຕັກໂນໂລຢີເປີດປີ 2025 ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຈັດຂຶ້ນຢູ່ ຮ່າໂນ້ຍ, ຕອນບ່າຍວັນທີ 03 ພະຈິກ, ດ້ວຍຫົວຂໍ້ “AI ດ້ວຍເຕັກໂນໂລຢີເປີດ ແລະ ລະຫັດແຫຼ່ງເປີດ”. ເວທີປາໄສມີການເຂົ້າຮ່ວມຂອງຫຼາຍກຸ່ມບໍລິສັດ, ວິສາຫະກິດເຕັກໂນໂລຢີພາຍໃນ ແລະ ຕ່າງປະເທດ, ເຊັ່ນ: Quantum, Palo Alto Networks, Arista Networks, Viettel, ບໍລິສັດຫຸ້ນສ່ວນແຈກຢາຍເຕັກໂນໂລຢີ Asia Pacific... ປະກອບສ່ວນຊຸກຍູ້ການຮ່ວມມືສາກົນ, ແບ່ງປັນພຸມພັນຍາ, ໜູນຊ່ວຍພື້ນຖານໂຄງລ່າງດີຈີຕອນຮັບໃຊ້ການພັດທະນາ AI ເປີດ ແລະ ລະຫັດແຫຼ່ງເປີດຢູ່ ຫວຽດນາມ.
ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນແມັ້ງຮຸ່ງ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ເນັ້ນໜັກວ່າ ການເລືອກເຟັ້ນພັດທະນາເຕັກໂນໂລຢີເປີດ, ພັດທະນາຊອບແວແຫຼ່ງເປີດ, ເປີດຂໍ້ມູນເພື່ອໃຫ້ສ່ວນບຸກຄົນ, ວິສາຫະກິດເຂົ້າຮ່ວມການປະດິດຄິດສ້າງຄຸນຄ່າໃໝ່ ແມ່ນທິດທາງຂອງ ຫວຽດນາມ. ສຳລັບທິດທາງນີ້, ຫວຽດນາມ ຈະພັດທະນາກາຍເປັນປະເທດເຕັກໂນໂລຢີ, ອີງໃສ່ແລະສືບທອດພູມປັນຍາຂອງມວນມະນຸດ ແຕ່ກໍ່ປະກອບສ່ວນໃຫ້ແກ່ພູມປັນຍາຂອງມວນມະນຸດ.