ຈຸດໃໝ່ຂອງກອງປະຊຸມສຳມະນາປີນີ້ແມ່ນວາລະພິເສດ: ການໂອ້ລົມລະຫວ່າງບັນດາເອກອັກຄະລັດຖະທູດ, ການແບ່ງປັນ ທັດສະນະກ່ຽວກັບໍ່ຄວາມຮັບຜິດຊອບໃນການຮັກສາສັນຕິພາບ. ໄປຄຽງຄູ່ກັນນັ້ນ, ກອງປະຊຸມສຳມະນາກໍມີວາລະໜຶ່ງເພື່ອໃຫ້ບັນດານັກຄົ້ນຄວ້າໜຸ່ມແບ່ງປັນທັດສະນະ, ແນວຄວາມຄິດໃໝ່ກ່ຽວກັບແບບວິທີ “ປັບປຸງຄວາມສາມັກຄີ, ຜ່ານຜ່າຄວາມຂາດສະຖຽນລະພາບ”.
                            ກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 17
ວັນທີ 4 ພະຈິກ ແມ່ນມື້ເຮັດວຽກທີ 2 ຂອງກອງປະຊຸມສຳມະນາວິທະຍາສາດສາກົນກ່ຽວກັບທະເລຕາເວັນອອກຄັ້ງທີ 17 ດ້ວຍຫົວຂໍ້ “ຄວາມສາມັກຄີໃນສະພາບຂາດສະຖຽນລະພາບ”, ບັນດານັກຊ່ຽວຊານສືບຕໍ່ປຶກສາຫາລືກ່ຽວກັບຫົວຂໍ້ຕ່າງໆເຊັ່ນ: ບົດບາດນຳພາຂອງ ອາຊຽນ, ຄວາມສຳຄັນຂອງສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS) ໃນການຮັບປະກັນສະຖຽນລະພາບຢູ່ທະເລ. ຈຸດໃໝ່ຂອງກອງປະຊຸມສຳມະນາປີນີ້ແມ່ນວາລະພິເສດ: ການໂອ້ລົມລະຫວ່າງບັນດາເອກອັກຄະລັດຖະທູດ, ການແບ່ງປັນ ທັດສະນະກ່ຽວກັບໍ່ຄວາມຮັບຜິດຊອບໃນການຮັກສາສັນຕິພາບ. ໄປຄຽງຄູ່ກັນນັ້ນ, ກອງປະຊຸມສຳມະນາກໍມີວາລະໜຶ່ງເພື່ອໃຫ້ບັນດານັກຄົ້ນຄວ້າໜຸ່ມແບ່ງປັນທັດສະນະ, ແນວຄວາມຄິດໃໝ່ກ່ຽວກັບແບບວິທີ “ປັບປຸງຄວາມສາມັກຄີ, ຜ່ານຜ່າຄວາມຂາດສະຖຽນລະພາບ”.
ກ່ອນໜ້ານັ້ນ, ໃນມື້ເຮັດວຽກທຳອິດ, ກອງປະຊຸມສຳມະນາໄດ້ຕີລາຄາກ່ຽວກັບການຜັນແປຫຼ້າສຸດຢູ່ທະເລຕາເວັນອອກ, ຍຸດທະສາດຂອງບັນດາປະເທດໃຫຍ່ ແລະ ຜົນກະທົບຂອງເຕັກໂນໂລຢີທີ່ຫາກໍ່ພົ້ນເດັ່ນກ່ຽວກັບທະເລ. ບັນດານັກຊ່ຽວຊານໄດ້ຍົກອອກຫຼາຍຂໍ້ສະເໜີກ່ຽວກັບວິທີເຂົ້າເຖິງໃໝ່, ບັນດາມາດຕະການລະອຽດເພື່ອຫຼຸດຜ່ອນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ, ໃນນັ້ນ ເນັ້ນໜັກວ່າ ຄວາມສາມັກຄີໃນ ອາຊຽນ ແມ່ນປັດໄຈສຳຄັນ ຊ່ວຍຄວບຄຸມຄວາມສ່ຽງເພີ່ມຄວາມເຄັ່ງຕຶງຂຶ້ນຕື່ມ.
                        
                        
                            (ແຫຼ່ງຄັດຈາກ VOV)