• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​​ກອງ​ປະ​ຊຸມສຳຫຼວດກວດ​ກາ ສົນ​ທິ​ສັນ​ຍາ​ບໍ່​ເຜີຍ​ແຜ່​ອາ​ວຸດ​ນິ​ວ​ເຄຼຍຄັ້ງ​ທີ 11

ຢູ່ບັນດາການພົບປະ, ຜູ້ຕາງໜ້າບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ຫວຽດນາມໄດ້ດຳລົງບົດບາດເປັນປະທານກອງປະຊຸມສຳຫຼວດກວດກາ NPT ປີ 2026.
  ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

ແຕ່ວັນທີ 9 – 10 ມີນາ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຢູ່ນິວຢອກ, ໃນຖານະຕຳແໜ່ງເປັນປະທານໄດ້ຮັບການບົງຕົວຂອງ ສະພາສຳຫຼວດກວດກາສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT) ຄັ້ງທີ 11, ໄດ້ເປັນປະທານບັນດາການເຄື່ອນໄຫວປຶກສາຫາລືກັບກຸ່ມພາກພື້ນ ແລະ ບັນດາປະເທດສະມາຊິກຢູ່ ບັນດາອົງການຂອງ ສປຊ ປະຈຳເຊີແນວ (ສະວິດ).

ຢູ່ບັນດາການພົບປະ, ຜູ້ຕາງໜ້າບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ຫວຽດນາມໄດ້ດຳລົງບົດບາດເປັນປະທານກອງປະຊຸມສຳຫຼວດກວດກາ NPT ປີ 2026, ພິເສດໃນສະພາບການຄວາມໝັ້ນຄົງສາກົນ ພວມມີການຜັນແປທີ່ສັບສົນ. ມີຫຼາຍປະເທດຮຽກຮ້ອງໃຫ້ ຫວຽດນາມ ໃນຖານະເປັນປະທານກອງປະຊຸມ ຈະເຂົ້າເຖິງກັບບັນຫາຕາມທິດດຸນດ່ຽງ, ສ້າງສັນ ແລະ ແທດຈິງ, ພ້ອມທັງຢັ້ງຢືນຈະສືບຕໍ່ປະສານສົມທົບກັບປະທານຢ່າງແໜ້ນແຟ້ນ ເພື່ອແນໃສ່ມຸ່ງໄປເຖິງໝາກຜົນທີ່ແທ້ຈິງ ຢູ່ກອງປະຊຸມ. ບັນດາປະເທດສະມາຊິກກໍ່ຢັ້ງຢືນຄືນໃໝ່ຄຸນຄ່າຂອງສົນທິສັນຍາ ແລະ ວິວັດການສຳຫຼວດກວດກາ NPT ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ການຊຸກຍູ້ການພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ອີ​ຣານ ພວມ​ພິ​ຈາ​ລະ​ນາ​ບັນ​ດາ​ຂໍ້​ສະ​ເໜີ​ໃໝ່​ຈາກ ອາ​ເມ​ລິ​ກາ

ອີ​ຣານ ພວມ​ພິ​ຈາ​ລະ​ນາ​ບັນ​ດາ​ຂໍ້​ສະ​ເໜີ​ໃໝ່​ຈາກ ອາ​ເມ​ລິ​ກາ

ວັນ​ທີ 18 ເມ​ສາ, ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ສູງ​ສຸດ ອີ​ຣານ ໃຫ້​ຮູ້​ວ່າ ພວມ​ພິ​ຈາ​ລະ​ນາ​ບັນ​ດາ​ຂໍ້​ສະ​ເໜີ​ໃໝ່​ຈາກ ອາ​ເມ​ລິ​ກາ ພ້ອມ​ທັງ​ຢັ້ງ​ຢືນ​ຈະ​ບໍ່​ປະ​ນິ​ປະ​ນອມ​ໃນ​ວິ​ວັດ​ການ​ເຈ​ລະ​ຈາ​ກັບ ວໍ​ຊິງ​ຕັນ.

Top