ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຕີລາຄາສູງເລື່ອງ ອາເມລິກາ ສະໜັບສະໜູນ ຫວຽດນາມ “ເຂັ້ມແຂງ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ”; ທ່ານຢັ້ງຢືນວ່າ ຫວຽດນາມ ຖືການພົວພັນກັບ ອາເມລິກາ ເປັນສຳຄັນ, ເປັນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງ ຫວຽດນາມ. ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ສະເໜີໃຫ້ທ່ານນາງ Reva Price ແລະ ກຳມາທິການ USCC ສະໜັບສະໜູນເລື່ອງຮັບຮອງເອົາກົນໄກເສດຖະກິດການຕະຫຼາດໃຫ້ແກ່ ຫວຽດນາມ, ລົບຊື່ ຫວຽດນາມ ອອກຈາກບັນຊີລາຍຊື່ຖືກຄວບຄຸມການສົ່ງອອກຍຸດທະສາດ D1, D3 ໂດຍໄວ.
\ສ່ວນທ່ານນາງ Reva Price ປະທານ USCC ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ອາເມລິກາ ໃນພາກພື້ນ; ພ້ອມທັງເຫັນດີກັບການຕີລາຄາຂອງທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ກ່ຽວກັບຄວາມສຳຄັນຂອງກອບຄູ່ຮ່ວມມືຍຸດທະສາດຮອບດ້ານ, ແລະ ຢັ້ງຢືນວ່າ ຈະມານະພະຍາຍາມຊຸກຍູ້ການພົວພັນ ແລະ ຮ່ວມມືສອງຝ່າຍ, ປະກອບສ່ວນນຳເອົາໝາກຜົນອັນແທດຈິງໃຫ້ແກ່ປະຊາຊົນ ແລະ ວິສາຫະກິດສອງປະເທດ.