• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຕາງ​ໜ້າ ອາ​ຊຽນ ພັດ​ທະ​ນາ​ກ່າວ​ຄຳ​ເຫັນ​ທີ່​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ, ມະ​ນຸດ​ສະ​ທຳ ແລະ ວັດ​ທະ​ນະ​ທຳ ຂອງ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ ອາຊຽນ ໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ ບັນຫາພັດທະນາສັງຄົມ, ປະຕິບັດວິໄສທັດ ອາຊຽນ 2023, ແຜນການກະທຳ ຮ່າໂນ້ຍ ແລະ ບັນດາເອກະສານທີ່ກ່ຽວຂ້ອງຕ່າງໆຂອງ ອາຊຽນ ເພື່ອແນໃສ່ສ້າງປະຊາຄົມ ອາຊຽນທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ.
  ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ກ່າວປາໄສຢູ່ ສະມັດຊາໃຫຍ່ ສປຊ ຄັ້ງທີ 77  

ວັນທີ 29 ກັນຍາ ຄະນະກຳມະການກ່ຽວກັບບັນຫາສັງຄົມ, ມະນຸດສະທຳ ແລະ ວັດທະນະທຳຂອງ ສະມັດຊາໃຫຍ່ ສປຊ ຄັ້ງທີ 77 ໄດ້ໄຂຂຶ້ນ ແລະ ດຳເນີນວາລະກອງປະຊຸມລວມປະຈຳປີ. ໂດຍຕາງໜ້າ ອາຊຽນ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ມີບົດກ່າວປາໄສກ່ຽວກັບບັນຫາພັດທະນາສັງຄົມ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ແບ່ງປັນຄວາມວິຕົກກັງວົນຂອງ ອາຊຽນ ຕໍ່ບັນດາສິ່ງທ້າທາຍທົ່ວໂລກ ໃນປັດຈຸບັນ, ທ່ານເນັ້ນໜັກວ່າ ນີ້ແມ່ນຈຸດເວລາປະຊາຄົມສາກົນ ຕ້ອງຖືການພັດທະນາສັງຄົມເປັນໃຈກາງ ຂອງບັນດາຍຸດທະສາດຟື້ນຟູເພື່ອຍົກສູງລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ການຫາເງິນລ້ຽງຊີບຢ່າງຍືນຍົງ ແລະ ຮັບປະກັນຊີວິດສັງຄົມຂອງປະຊາຊົນ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ຢັ້ງຢືນວ່າ ອາຊຽນ ໃຫ້ຄຳໝັ້ນສັນຍາສືບຕໍ່ຊຸກຍູ້ ບັນຫາພັດທະນາສັງຄົມ, ປະຕິບັດວິໄສທັດ ອາຊຽນ 2023, ແຜນການກະທຳ ຮ່າໂນ້ຍ ແລະ ບັນດາເອກະສານທີ່ກ່ຽວຂ້ອງຕ່າງໆຂອງ ອາຊຽນ ເພື່ອແນໃສ່ສ້າງປະຊາຄົມ ອາຊຽນທີ່ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ກວມລວມ, ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ. ນອກຈາກນັ້ນ, ອາຊຽນກໍ່ຢັ້ງຢືນໃຫ້ຄຳໝັ້ນສັນຍາຢ່າງແຮງໃນການເພີ່ມທະວີການຮ່ວມມືພັດທະນາແບບຍືນຍົງກັບ ສປຊ ຜ່ານການຊຸກຍູ້ການເຊື່ອມຕໍ່ໜູນຊ່ວຍລະຫວ່າງ ວິໄສທັດ ປະຊາຄົມ ອາຊຽນ ແລະ ໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງເພື່ອສ້າງອະນາຄົດທີ່ດີງາມ ແລະ ຍືນຍົງກ່ວາອີກ.

(ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top