• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຕັ້ງ​ໜ້າ​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃນ​ກອງ​ປະ​ຊຸມ BRICS ເປີດກວ້າງ

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ສະຫະພັນ ລັດເຊຍ, Vladimir Putin, ປະເທດປະທານ BRICS ປີ 2024, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຈະເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍພົ້ນເດັນຂຶ້ນ (BRICS), ດ້ວຍຖານະເປັນແຂກຖືກເຊີນ (ແຕ່ວັນທີ 23 – 24 ຕຸລາ) ຢູ່ ກາຊານ, ສະຫະພັນລັດເຊຍ.
ທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)
ຕາມທ່ານນາງ ຫງວຽນມິງຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມແລ້ວ, ການເຂົ້າຮ່ວມຂອງຜູ້ນຳລັດຖະບານ ຫວຽດນາມ ໃນກອງປະຊຸມ BRICS ເປີດກວ້າງ ພາຍໃຕ້ຫົວຂໍ້ “ພ້ອມກັນສ້າງອະນາຄົດທີ່ສົດໃສກວ່າ” ໄດ້ເປັນການຢັ້ງຢືນນ້ຳໃຈເປັນເຈົ້າການ, ຕັັ້ງໜ້າ, ມີຄວາມຮັບຜິດຊອບຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫາລວມຂອງມວນມະນຸດ; ເປັນການຢັ້ງຢືນຄຳໝັ້ນສັນຍາ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ທີ່ຮ່ວມເດີນທາງພ້ອມກັບບັນດາປະເທດໃນປະຊາຄົມສາກົນ, ຊຸກຍູ້ລັດທິຫຼາຍຝ່າຍ, ຄວາມສາມັກຄີສາກົນ ແລະ ເຊີດຊູຈິດໃຈເຄົາລົບກົດໝາຍ, ພ້ອມກັນຍົກສູງສຽງເວົ້າຂອງບັນດາປະເທດພັດທະນາໃນຄວາມມານະພະຍາຍາມປະກອບສ່ວນເພີ່ມພູນຄູນສ້າງສັນຕິພາບ, ຊຸກຍູ້ການຮ່ວມມື ແລະ ພັດທະນາໃນໂລກ. ນອກຈາກນັ້ນ, ໂຄສະນາພາບພົດກ່ຽວກັບປະເທດ ຫວຽດນາມ ສັນຕິພາບ, ຮ່ວມມື, ພັດທະນາ, ຂະຫຍັນຂັນເຄື່ອນ, ປ່ຽນແປງໃໝ່, ສ້າງພື້ນເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ຍາດແຍ່ງບັນດາແຫຼ່ງກຳລັງຢູ່ພາຍນອກມາຮັບໃຊ້ການພັດທະນາປະເທດຊາດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍອວຍ​ພອນ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື​ອງ

ການ​ນຳ​ບັນ​ດາ​ປະ​ເທດ​ສົ່ງ​ຈົດ​ໝາຍອວຍ​ພອນ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເລືອງ​ເກື​ອງ

ເນື່ອງໃນໂອກາດທ່ານເລືອງເກືອງ ໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໃຫ້ດຳລົງຕຳແໜ່ງເປັນປະທານປະເທດແຫ່ງ ສສ. ຫວຽດນາມ, ວັນທີ 21 ຕຸລາ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ໄດ້ສົ່ງຈົດໝາຍຊົມເຊີຍ.

Top