• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກອງ​ປະ​ຊຸມ​ບັນ​ດາ​ຜູ້​ນຳ​​ຂະ​ແໜງ​ເສ​ນາ​ຮັກ ອາ​ຊຽນ

ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ເພີ່ມທະວີການຮ່ວມມືດ້ານເສນາຮັກ ອາຊຽນ ຈາກວິກິດການທົ່ວໂລກ ໄປສູ່ສັງກາດເຕັກໂນໂລຢີປັນຍາປະດິດ”. ນີ້ແມ່ນເວທີປາໄສສຳລັບບັນດາຜູ້ນຳຂະແໜງເສນາຮັກ ອາຊຽນ ເພື່ອແນໃສ່ມີປະຕິກິລິຍາຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກ ແລະ ພາກພື້ນ ໃຫ້ນັບມື້ນັບສັບສົນ.
ຜູ້ແທນບັນດາປະເທດເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ກອງປະຊຸມບັນດາຜູ້ນຳຂະແໜງເສນາຮັກບັນດາປະເທດ ອາຊຽນ ຄັ້ງທີ 12 ໄດ້ດຳເນີນຢູ່ ຈາກາຕາ, ອິນໂດເນເຊຍ ແຕ່ວັນທີ 30 ມິຖຸນາ ຫາວັນທີ 01 ກໍລະກົດ 2025 ດ້ວຍການເຂົ້າຮ່ວມຂອງ 10 ປະເທດ ອາຊຽນ ແລະ Timor – Leste, ເຊິ່ງເປັນປະເທດສັງເກດການ.

ຫົວຂໍ້ຂອງກອງປະຊຸມປີນີ້ແມ່ນ “ເພີ່ມທະວີການຮ່ວມມືດ້ານເສນາຮັກ ອາຊຽນ ຈາກວິກິດການທົ່ວໂລກ ໄປສູ່ສັງກາດເຕັກໂນໂລຢີປັນຍາປະດິດ”. ນີ້ແມ່ນເວທີປາໄສສຳລັບບັນດາຜູ້ນຳຂະແໜງເສນາຮັກ ອາຊຽນ ເພື່ອແນໃສ່ມີປະຕິກິລິຍາຕໍ່ໜ້າບັນດາສິ່ງທ້າທາຍທົ່ວໂລກ ແລະ ພາກພື້ນ ໃຫ້ນັບມື້ນັບສັບສົນ, ລວມທັງໄພພິບັດທຳມະຊາດ, ວິກິດການດ້ານມະນຸດສະທຳ ແລະ ຄວາມສ່ຽງຂອງບັນດາພະຍາດຕິດຕໍ່ ອາດຈະແຜ່ລາມກາຍເປັນໂລກລະບາດ.

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນຈັດຕະວາ ສາດສະດາຈານ. ປະລິນຍາເອກ ຫງວຽນເຈື່ອງຢາງ, ຫົວໜ້າກົມເສນາຮັກເປັນຫົວໜ້າຄະນະ ໄດ້ຕັ້ງໜ້າເຂົ້າຮ່ວມການປຶກສາຫາລື, ປະກອບສ່ວນເຂົ້າໃນກອງປະຊຸມ. ເສນາຮັກ ຫວຽດນາມ ພວມໃນໄລຍະປະຕິບັດການຫັນເປັນດີຈີຕອນຢ່າງແຮງ ແລະ ມີຄວາມປາດຖະໜາຢາກຮ່ວມມື, ແລກປ່ຽນບົດຮຽນປະສົບການກັບເສນາຮັກບັນດາປະເທດ ອາຊຽນ.

(ແຫຼ່ງຄັດຈາກ VOV)

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ສະ​ພາ​ສູງ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ນະ​ໂຍ​ບາຍພົວ​ພັນ​ພາຍ​ໃນ​ປະ​ເທດ​ແບບ​ຮອບ​ດ້ານ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump

ວັນທີ 1 ກໍລະກົດ, ຢູ່ ວໍຊິງຕັນ, ສະພາສູງ ອາເມລິກາ ໂດຍພັກສາທາລະນະຄວບຄຸມໄດ້ຮັບຮອງເອົານະໂຍບາຍພົວພັນພາຍໃນປະເທດຢ່າງຮອບດ້ານຂອງທ່ານປະທານາທິບໍດີ Donald Trump ດ້ວຍອັດຕາບັດສະໜັບສະໜູນ 51 ບັດ ແລະ ບັດຄ້ານ 50 ບັດ.

Top