• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ຍີ່​ປຸ່ນ ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ, ຊຸກ​ຍູ້​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ ODA

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ຫວັງວ່າ ຝ່າຍຍີ່ປຸ່ນ ຈະສືບຕໍ່ສະໜອງທຶນ ODA ໃຫ້ແກ່ ຫວຽດນາມ, ພິເສດແມ່ນບັນດາບ້ວງເງິນ ODA ລຸ້ນໃໝ່ ເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໄດ້ເອກະພາບກັນ.

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ຫວັງວ່າ ຝ່າຍຍີ່ປຸ່ນ ຈະສືບຕໍ່ສະໜອງທຶນ ODA ໃຫ້ແກ່ ຫວຽດນາມ, ພິເສດແມ່ນບັນດາບ້ວງເງິນ ODA ລຸ້ນໃໝ່ ເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ  Kishida Fumio ໄດ້ເອກະພາບກັນ.

    

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ຕ້ອນຮັບທ່ານ ຮອງປະທານຝ່າຍບໍລິຫານງານຂັ້ນສູງອົງການຮ່ວມມືສາກົນ ຍີ່ປຸ່ນ  Junichi Yamada 

ກ່າວຄຳເຫັນໃນການຕ້ອນຮັບທ່ານຮອງປະທານຝ່າຍບໍລິຫານງານຂັ້ນສູງອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) Junichi Yamada ໃນວັນທີ 23 ສິງຫາ ຢູ່ສຳນັກງານລັດຖະບົນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ສະໜັບສະໜູນເລື່ອງບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ແລະ JICA ດຳເນີນການພົບປະປະຈຳໄລຍະເພື່ອປຶກສາຫາລືບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຊຸກຍູ້ບັນດາໂຄງການ ODA ທີ່ຍັງຊັກຊ້າຢູ່ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ຫວັງວ່າ ຝ່າຍຍີ່ປຸ່ນ ຈະສືບຕໍ່ສະໜອງທຶນ ODA ໃຫ້ແກ່ ຫວຽດນາມ, ພິເສດແມ່ນບັນດາບ້ວງເງິນ ODA ລຸ້ນໃໝ່ ເຊິ່ງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ  Kishida Fumio ໄດ້ເອກະພາບກັນ. ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມບິ່ງມິງ ໃຫ້ຮູ້ວ່າ: ກະຊວງການເງິນ ຫວຽດນາມ ພວມຕັ້ງໜ້າແລກປ່ຽນກັບສະຖານທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ກ່ຽວກັບການສະເໜີບ້ວງເງິນກູ້ຢືມຂອງລັດຖະບານ ຍີ່ປຸ່ນ ເພື່ອໜູນຊ່ວຍໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ສຸມໃສ່ບັນດາຂົງເຂດສ້າງພື້ນຖານໂຄງລ່າງຍຸດທະສາດ, ພື້ນຖານໂຄງລ່າງຄົມມະນາຄົມ, ຫັນເປັນດີຈີຕອນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສາທາລະນະສຸກ; ສະເໜີກະຊວງການເງິນ ແລະ JICA ສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ບັນດາລະບຽບການຕໍ່ໄປເພື່ອໃຫ້ສອງຝ່າຍບັນລຸໄດ້ໝາກຜົນທີ່ລະອຽດ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top