• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື ອາ​ເມ​ລິ​ກາ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ ການນຳລຸ້ນຕ່າງໆຂອງສອງຝ່າຍ ໃນນັ້ນ, ມີການການນຳສະພາແຫ່ງຊາດ ອາເມລິກາ ໄດ້ມານະພະຍາຍາມປະກອບສ່ວນນຳການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມກາຍເປັນໜຶ່ງໃນບັນດາເສົາຄ້ຳໃນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ ການນຳລຸ້ນຕ່າງໆຂອງສອງຝ່າຍ ໃນນັ້ນ, ມີການການນຳສະພາແຫ່ງຊາດ ອາເມລິກາ ໄດ້ມານະພະຍາຍາມປະກອບສ່ວນນຳການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມກາຍເປັນໜຶ່ງໃນບັນດາເສົາຄ້ຳໃນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ. 

    

 

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມຕ້ອນຮັບທ່ານ Tim Rieser, ຜູ້ຊ່ວຍວຽກຂັ້ນສູງຂອງປະທານສະພາສູງ ອາເມລິກາ (ພາບ: TTXVN)

ຫວຽດນາມ ຍາມໃດກໍ່ຖື ອາເມລິກາແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ມີຄວາມຫວັງຢາກພ້ອມກັບ ອາເມລິກາ ສືບຕໍ່ນຳການພົວພັນຄູ່ຮ່ວມມືຮອບດ້ານເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ, ບົນພື້ນຖານເຄົາລົບນັບຖືເອກະລາດ, ປະຊາທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງ ຂອງກັນ, ມຸ່ງໄປເຖິງການຍົກສູງການພົວພັນເມື່ອມີເງື່ອນໄຂສະດວກ. ນີ້ແມ່ນຄຳຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃນການຕ້ອນຮັບທ່ານ Tim Rieser, ຜູ້ຊ່ວຍວຽກຂັ້ນສູງຂອງປະທານສະພາສູງ ອາເມລິກາ ໃນຕອນບ່າຍວັນທີ 29 ສິງຫາ ຢູ່ສຳນັກງານລັດຖະບານ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ ການນຳລຸ້ນຕ່າງໆຂອງສອງຝ່າຍ ໃນນັ້ນ, ມີການການນຳສະພາແຫ່ງຊາດ ອາເມລິກາ ໄດ້ມານະພະຍາຍາມປະກອບສ່ວນນຳການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມກາຍເປັນໜຶ່ງໃນບັນດາເສົາຄ້ຳໃນການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ. ນີ້ແມ່ນສ່ວນໜຶ່ງສຳຄັນ ແລະ ມີຄວາມໝາຍທີ່ສຸດໃນວິວັດການສ້າງຄວາມປອງດອງ, ຮຳບາດແຜ, ສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງລັດຖະບານ ແລະ ປະຊາຊົນສອງປະເທດ, ສ້າງກາລະໂອກາດຮ່ວມມືລະຫວ່າງສອງຝ່າຍໃນບັນດາຂົງເຂດສຳຄັນຕ່າງໆ.

ສ່ວນທ່ານ Tim Rieser ໄດ້ແບ່ງປັນທັດສະນະ, ຄວາມເຫັນດີເຫັນພ້ອມໃນ ສະພາຕ່ຳ ແລະ ສະພາສູງ, ອຳນາດການປົກຄອງ ອາເມລິກາ ຕໍ່ການສະໜັບສະໜູນການພົວພັນຍາວນານກັບ ຫວຽດນາມ. ທ່ານ Tim Rieser ໃຫ້ຮູ້ວ່າ ຈະ ສືບຕໍ່ຂົນຂວາຍ, ຊຸກຍູ້ລັດຖະບານ ແລະ ສະພາແຫ່ງຊາດ ອາເມລິກາ ເອົາໃຈໃສ່, ສະຫງວນແຫຼ່ງກຳລັງ ແລະ ງົບປະມານໃຫ້ແກ່ໂຄງການຮ່ວມມື ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top