• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍາມໃດ​ກໍ​ຖື ອາ​ເມ​ລິ​ກາ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ

ຫວຽດ​ນາມ ຍາມດ​ໃດ​ກໍ​ຖື ອາ​ເມ​ລິ​ກາ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ. ນີ້​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງ​ທ່ານພົນ​ເອກ ຟານ​ວັນ​ຢາງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໃນ​ການ​ຕ້ອນ​ຮັບ​ທ່ານ Christopher Landau ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ໃນ​ວັນ​ທີ 10 ມິ​ຖຸ​ນາ ຢູ່​ຮ່າ​ໂນ້ຍ.
  ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ ຟານ​ວັນ​ຢາງ ແລະ​ ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Christopher Landau (ພາບ: qdnd.vn)  

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ ຟານ​ວັນ​ຢາງ ຊີ້​ແຈ້ງວ່າ ໃນ​ທ່ວງ​ທ່າ​ພັດ​ທະ​ນາທີ່​ຕັ້ງ​ໜ້າ​ຂ​ອງ​ການ​ພົວ​ພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ” ລະ​ຫວ່າງ​ສອງ​ປະ​ເທດ, ຫວຽດ​ນາມ ປາດ​ຖະ​ໜາ​ວ່າ ສອງ​ຝ່າຍ​ຈະ​ສຳ​ເລັດ ແລະ ລົງ​ນາມ​ໃນ​ສັນ​ຍາ​ການ​ຄ​້າ​ສົບ​ທົບ​ຢ່າງ​ຍຸ​ຕິ​ທຳ ແລະ ດຸ່ນ​ດ່ຽງ​ໂດຍ​ໄວ.

ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, ບົນ​ພື້ນ​ຖານ​ບັນ​ດາ​ເອ​ກະ​ສານ, ຂໍ້​ຕົກ​ລົງ​ທີ່​ໄດ້​ລົງ​ນາມ​ແລ້ວ, ທ່ານ​ພົນ​ເອກ ຟານ​ວັນ​ຢາງ ປາດ​ຖະ​ໜາ​ວ່າ ສອງ​ຝ່າຍ​ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ເນື້ອ​ໃນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ, ສຸມ​ໃສ່​ບັນ​ດາ​ຂົງ​ເຂດ, ຄື: ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ໂດຍ​ສະ​ເພາະ​ແມ່ນ​ຂັ້ນ​ສູງ ແນ​ໃສ່​ແບ່ງ​ປັນ​ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ໂລກ, ພາກ​ພື້ນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ ແລະ ທິດ​ທາງ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ; ຮັກ​ສາ​ບັນ​ດາ​ກົນ​ໄກ​ປຶກ​ສາ​ຫາ​ລື, ສົນ​ທະ​ນາ​ໃນ​ປັດ​ຈຸ​ບັນ ແລະ ຮ່ວມ​ມື​ໃນ​ຂົງ​ເຂດ​ອຸ​ດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດຢ່າງ​ມີ​ປະ​ສິດ​ທິ​ຜົນ.

ສ່ວນ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Christopher Landau ຢັ້ງ​ຢືນ​ວ່າ ຈະ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັ​ດ​ທະ​ນາ​ແບບ​ຍືນ​ຍົງ” ຫວຽດ​ນາມ - ອາ​ເມ​ລິ​ກາ ເວົ້າ​ລວມ, ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ​ເວົ້າ​ສະ​ເພາະ​ໃຫ້​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ ແລະ ແທ້​ຈິງ.

(ແຫຼ່ງຄັດຈາກ VOV)

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ອັດ​ເວ​ທີ​ປາ​ໄສ AFF 2026: ມີຫຼາຍ​ຂໍ້​ລິ​ເລີ່ມ​ໃຫ້​ແກ່​ອະ​ນາ​ຄົດ​ຂອງ​ພາກ​ພື້ນ

ພາຍຫຼັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາ 2 ວັນ (ວັນ​ທີ 9 – 10 ມິ​ຖຸ​ນາ), ດ້ວຍຫຼາຍ​ວາ​ລະ​ປຶກ​ສາ​ຫາ​ລື​ລົງ​ເລິກ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃໝ່, ຕອນ​ບ່າຍ​ວັນ​ທີ 10 ມິ​ຖຸ​ນາ, ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ 2026 (AFF 2026) ໄດ້​ອັດ​ລົງ​ຢູ່ ຮ່າ​ໂນ້ຍ.

Top