ຫວຽດນາມ ຍາມດໃດກໍຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ. ນີ້ແມ່ນຄຳຢັ້ງຢືນຂອງທ່ານພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໃນການຕ້ອນຮັບທ່ານ Christopher Landau ຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ ໃນວັນທີ 10 ມິຖຸນາ ຢູ່ຮ່າໂນ້ຍ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟານວັນຢາງ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Christopher Landau (ພາບ: qdnd.vn)
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟານວັນຢາງ ຊີ້ແຈ້ງວ່າ ໃນທ່ວງທ່າພັດທະນາທີ່ຕັ້ງໜ້າຂອງການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ” ລະຫວ່າງສອງປະເທດ, ຫວຽດນາມ ປາດຖະໜາວ່າ ສອງຝ່າຍຈະສຳເລັດ ແລະ ລົງນາມໃນສັນຍາການຄ້າສົບທົບຢ່າງຍຸຕິທຳ ແລະ ດຸ່ນດ່ຽງໂດຍໄວ.
ໃນໄລຍະຈະມາເຖິງ, ບົນພື້ນຖານບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມແລ້ວ, ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຜັນຂະຫຍາຍບັນດາເນື້ອໃນຮ່ວມມືດ້ານປ້ອງກັນ, ສຸມໃສ່ບັນດາຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ ແນໃສ່ແບ່ງປັນທັດສະນະກ່ຽວກັບບັນດາບັນຫາໂລກ, ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ທິດທາງຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດ; ຮັກສາບັນດາກົນໄກປຶກສາຫາລື, ສົນທະນາໃນປັດຈຸບັນ ແລະ ຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດຢ່າງມີປະສິດທິຜົນ.
ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດ ອາເມລິກາ Christopher Landau ຢັ້ງຢືນວ່າ ຈະມານະພະຍາຍາມຊຸກຍູ້, ເພີ່ມພູນຄູນສ້າງສາຍພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ” ຫວຽດນາມ - ອາເມລິກາ ເວົ້າລວມ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະໃຫ້ນັບມື້ນັບມີປະສິດທິຜົນ ແລະ ແທ້ຈິງ.