• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຊ່ວຍ​ເຫຼືອ ລາວ ກໍ່​ສ້າງ​ສູນ​ຂໍ້​ມູນ​ກ່າວ​ເຕືອນ​ໄພ​ທຳ​ມະ​ຊາດ

ພິທີເປີດສະຫຼອງຫ້ອງທົດລອງຂໍ້ມູນ ແລະ ການສື່ສານກ່ຽວກັບໄພພິບັດ, ໂດຍ ຫວຽດນາມ ຊ່ວຍເຫຼືອລາວ ກໍ່ສ້າງ, ໄດ້ດຳເນີນໃນຕອນບ່າຍວັນທີ 06 ສິງຫາ ຢູ່ນະຄອນຫຼວງ ວຽງຈັນ, ລາວ.
ພິທີເປີດຫ້ອງທົດລອງຂໍ້ມູນ ແລະ ການສື່ສານ ໄພພິບັດ

ຫ້ອງທົດລອງຂໍ້ມູນ ແລະ ການສື່ສານກ່ຽວກັບໄພພິບັດ ຢູ່ ລາວ ໄດ້ເລີ່ມຮັບການບູລະນະສ້ອມແປງ, ປະກອບເຄື່ອງອຸປະກອນ ແລະ ຊອັບແວນັບແຕ່ທ້າຍເດືອນ ກໍລະກົດ ຜ່ານມາ, ດ້ວຍ 4 ໜ້າຈໍ່ສະແດງ, ເຄື່ອງຄອມພິວເຕີ 2 ຊຸດ ແລະ ອຸປະກອນຕ່າງໆຈຳນວນໜຶ່ງທີ່ຮັບໃຊ້ໃນວຽກງານການວັດແທກສະພາບແຜ່ນດິນໄຫວຕາມເວລາຕົວຈິງ. ເມື່ອເກີດມີແຜ່ນດິນໄຫວ, ລະບົບຈະແກ້ໄຂແບບອັດຕະໂນມັດຕາມເວລາຕົວຈິງ ແລະ ອອກຂໍ້ມູນກ່ຽວກັບແຜ່ນດິນໄຫວ, ເຊັ່ນ: ເວລາ, ຈຸດພິກັດເກີດແຜ່ນດິນໄຫວ, ລະດັບຄວາມແຮງ ແລະ ຄວາມເລິກ… ໄປຄຽງຄູ່ກັນນັ້ນ, ລະບົບກໍໄດ້ເຊື່ອມຕໍ່ກັບລະບົວວັດແທກຂອງປະເທດອື່ນໆເຊັ່ນ: ຫວຽດນາມ, ໄທ ແລະ ລະບົບສາກົນ. ປັດຈຸບັນ, ລາວ ມີສະຖານີວັດແທກ 3 ແຫ່ງ ເພື່ອຕິດຕາມເຫດແຜ່ນດິນໄຫວ, ເຊິ່ງໄດ້ຕິດຕັ້ງຢູ່ ນະຄອນຫຼວງວຽງຈັນ, ແຂວງ ຫຼວງພະບາງ ແລະ ແຂວງ ບໍລິຄຳໄຊ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top