• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຊົມ​ເຊີຍ​ທຸກ​ໆ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່ ເລີ່ມ​ດຳ​ເນີນ​ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ ຢູ່ ພາກ​ຕາ​ເວັນ​ອອກ​ກາ​ງ​ຄື​ນ​ໃໝ່

ວັນທີ 31 ມັງກອນ, ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບປະຕິກິລິຍາ ຂອງ ຫວຽດນາມ ຕໍ່ເລື່ອງ ອາເມລິກາ ປະກາດເອກະສານ “ຈາກສັນຕິພາບຈົນຮອດ ວັດທະນາຖາວອນ: ວິໄສທັດເພື່ອແນໃສ່ ປັບປຸງຊີວິດການເປັນຢູ່ ຂອງ ປະຊາຊົນ ອິດສະຣາແອັນ ແລະ ປາແລດສະຕິນ”.

ທ່ານນາງ ເລທິທູຮັ່ງ ໂຄສົກ ກະຊວງການຕ່າງປະເທດ ຫວຽດນາມ (ພາບ: 
baoquocte.vn

ທ່ານນາງ ເລທິທູຮັ່ງ ໂຄສົກ ກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງ ວ່າ: ຫວຽດນາມເອົາໃຈໃສ່ຕິດຕາມກວດກາສະພາບການຢູ່ພາກພື້ນ ຕາເວັນອອກກາງຢ່າງໃກ້ຊິດແລະ ຊົມເຊີຍທຸກໆຄວາມມານະພະຍາຍາມເພື່ອແນໃສ່ ເລີ່ມດຳເນີນວິວັດການສ້າງສັນຕິພາບຢູ່ ພາກພື້ນຕາເວັນອອກກາງຄືນໃໝ່. ຫວຽດນາມ ຖືວ່າ ວິທີການທີ່ມີຄວາມສະເໝີພາບ ແລະ ຍືນຍົງໃຫ້ແກ່ບັນຫານີ້ ສາມາດບັນລຸໄດ້ ພຽງແຕ່ຜ່ານການໂອ້ລົມສົນທະນາ ແລະ ເຈລະຈາລະຫວ່າງບັນດາຝ່າຍທີ່ກ່ຽວຂ້ອງບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ບັນດາມະຕິທີ່ກ່ຽວຂ້ອງຂອງ ສປຊ.        
 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top