• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຊຸກ​ຍູ້​ການ​ເຊື່ອມ​ໂຍງ ແລະ ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ລະ​ຫວ່າງ ອາ​ຊຽນ - ອີ​ຢູ

ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານ USD ໃນ​ໄລ​ຍະ 2025 – 2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ແບບ​ຍືນ​ຍົງ​ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ພາກ​ພື້ນ.
  ທ່ານ ຫງວຽນ​ແອັງ​ດຶກ, ທີ່​ປຶກ​ສາ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ເສດ​ຖະ​ກິດ ຫວຽດ​ນາມ ປະ​ຈຳ ອາ​ຊຽນ ພ້ອມ​ດ້ວຍ​ທ່ານ Jerome Pons ຫົວ​ໜ້າ​ຄະ​ນະ​ຮ່ວມ​ມື, ຄະ​ນະ​ຜູ້​ແທນ EU ປະ​ຈຳ ອາຊຽນ ເປັນ​ປະ​ທານ​ຮ່ວມ. (ພາບ: VOV)  

ໃນ​ວາ​ລະ​ປະ​ຊຸມ​ທຳ​ອິດ​ຂອງ​ຄະ​ນະ​ບໍ​ລິ​ຫານ​ໂຄງ​ການ ບ້ວງ​ເງິນ​ເຊື່ອມ​ຕໍ່​ແບບ​ຍືນ​ຍົງລະ​ຫວ່າງ ອາ​ຊຽນ - ອີ​ຢູ ກ່ຽວ​ກັບ​ດ້ານ​ການ​ຄ້າ (SCOPE Trade) ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 29 ເມ​ສາ, ຢູ່​ສຳ​ນັກ​ງານ​ຄະ​ນະ​ເລ​ຂາ ອາ​ຊຽນ (ຈາ​ກາ​ຕາ, ອິນ​ໂດ​ເນ​ເຊຍ), ທ່ານ ຫງວຽນ​ແອັງ​ດຶກ, ທີ່​ປຶກ​ສາ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ເສດ​ຖະ​ກິດ ຫວຽດ​ນາມ ປະ​ຈຳ ອາ​ຊຽນ ພ້ອມ​ດ້ວຍ​ທ່ານ Jerome Pons ຫົວ​ໜ້າ​ຄະ​ນະ​ຮ່ວມ​ມື, ຄະ​ນະ​ຜູ້​ແທນ EU ປະ​ຈຳ ອາຊຽນ ເປັນ​ປະ​ທານ​ຮ່ວມ.

ດ້ວຍ​ງົບ​ປະ​ມານ​ປະ​ມານ 23,4 ລ້ານ USD ໃນ​ໄລ​ຍະ 2025 – 2029, SCOPE Trade ແມ່ນ​ຂໍ້​ລິ​ເລີ່ມ​ຈຸດ​ສຸມ​ໃນ​ບ້ວງ​ເງິນ​ເຊື່ອມ​ຕໍ່​ແບບ​ຍືນ​ຍົງ​ລະ​ຫວ່າງ ອາ​ຊຽນ - EU, ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເສດ​ຖະ​ກິດ ອາ​ຊຽນ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ພາກ​ພື້ນ. ໂຄງ​ການ​ໄດ້​ສຸມ​ໃສ່ 3 ເສົາ​ຄ້ຳຫຼັກ, ລວມ​ມີ: ປັບ​ປຸງ​ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ດ້ານ​ການ​ຄ້າ; ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ດີ​ຈີ​ຕອນ; ພັດ​ທະ​ນາ​ລະ​ບົບ​ມູນ​ຄ່າ​ແບບ​ຍືນ​ຍົງ.

ຢູ່ ຫວຽດ​ນາມ, ໂຄງ​ການ​ນີ້​ໄດ້​ໜູນ​ຊ່ວຍ​ການ​ສຳຫຼວດກວດ​ຄືນ​ບັນ​ຊີ​ລາຍ​ຊື່​ຄຳ​ໝັ້ນ​ສັນ​ຍາ​ລົງ​ທຶນ​ຕາມສົນ​ທິ​ສັນ​ຍາ​ຮ່ວມ​ມື​ຮອບ​ດ້ານ ອາ​ຊຽນ (ACIA) ແລະ ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ຮັບ​ໃຊ້​ການ​ເຈ​ລະ​ຈາ​ສົນ​ທິ​ສັນ​ຍາ​ກອບ​ເສດ​ຖະ​ກິດ​ເຕັກ​ນິກ​ດີ​ຈີ​ຕອນ ອາ​ຊຽນ (DEFA).

(ແຫຼ່ງຄັດຈາກ VOV)

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ມີ​ປະ​ຊາ​ຊົນ​​ກວ່າ 1,2 ລ້ານ​ຄົນ ຢູ່ ລີ​ບັງ ຈະ​ປະ​ເຊີນ​ໜ້າ​ກັບໄພ​ອຶດ​ຫິວ​ຢ່າງ​ຮ້າຍ​ແຮງ​ຍ້ອນ​ການ​ປະ​ທະ​ກັນ

ໃນ​ບົດ​ລາຍ​ງານ​ໂດຍ ສ​ປ​ຊ ໜູນຫຼັງ ເມື່ອວັນ​ທີ 29 ເມ​ສາ ໃຫ້​ຮູ້​ວ່າ, ມີ​ປະ​ຊາ​ຊົນ​ກວ່າ 1,2 ລ້ານ​ຄົນ​ຢູ່ ລີ​ບັງ ຄາດ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ຂາດ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່​ລະ​ດັບ​ວິ​ກິດ​ການ, ໃນ​ໄລ​ຍະ​ເວ​ລາ​ແຕ່​ເດືອນ ເມ​ສາ ຫາ​ເດືອນ ສິງ​ຫາ ປີ 2026.

Top