• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ ​ຍຸດ​ທະ​ສາດຮອ​ບ​ດ້ານ​ກັບ ຈີນ​

ຕອນບ່າຍວັນທີ 25 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ເວີຍເຟືອງເຄື໊ອ. ພາຍຫຼັງພິທີ, ລັດຖະມົນຕີສອງທ່ານໄດ້ດຳເນີນການໂອ້ລົມສົນທະນາ.
ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ - ຈີນ ຖ່າຍຮູບເປັນທີ່ລະນຶກ 

ໂດຍໄດ້ຮັບຄຳເຊື້ອເຊີນຂອງ ທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ຄະນະຜູ້ແທນການທະຫານຂັ້ນສູງຂອງປະເທດ ສາທາລະນະລັດ ປະຊາຊົນ ຈີນ ໂດຍທ່ານ ເວີຍເຟືອງເຄື໊ອ ພົນໂທ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ເປັນຫົວໜ້າຄະນະ ໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 24 – 27 ເມສາ ປີ 2021.

ຕອນບ່າຍວັນທີ 25 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ເວີຍເຟືອງເຄື໊ອ. ພາຍຫຼັງພິທີ, ລັດຖະມົນຕີສອງທ່ານໄດ້ດຳເນີນການໂອ້ລົມສົນທະນາ.

        ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຟານວັນຢາງ ໄດ້ຊີ້ແຈ້ງວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ. ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນແກ້ໄຂບັນດາຄວາມບໍ່ລົງລອຍກັນໂດຍສັນຕິວິທີ ບົນຈິດໃຈເຄົາລົບສິດ ແລະ ຜົນປະໂຫຍດອັນຊອບທຳຂອງກັນ, ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ປະຕິບັດ “ຖະແຫຼວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກຢ່າງຄົບຖ້ວນ ແລະ ມີປະສິດທິຜົນ , ຄຸ້ມຄອງຄວາມບໍ່ລົງລອຍກັນຢູ່ທະເລໃຫ້ເປັນຢ່າງດີ, ບໍ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ, ບໍ່ມີການກະທຳນຳໃຊ້ອາວຸດ ຫຼືນາບຂູ່ນຳໃຊ້ອາວຸດ.

        ສ່ວນທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ເວີຍເຟືອງເຄື໊ອ ໄດ້ຢັ້ງຢືນການພົວພັນຮ່ວມມືດ້ານປ້ອງກັນຊາດ ລະຫວ່າງ ຈີນ ແລະ ຫວຽດນາມ ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ສຳຄັນ, ປະກອບສ່ວນເຂົ້າໃນການຍົກສູງການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງລັດ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຂອງແຕ່ລະປະເທດ ກໍ່ຄືຂອງພາກພື້ນ ແລະ ໂລກ.

        ພາຍຫຼັງການໂອ້ລົມສົນທະນາ, ລັດຖະມົນຕີສອງທ່ານ ໄດ້ເປັນສັກຂີພະຍານໃນພິທີລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການສ້າງຕັ້ງການພົວພັນກົມກອງມິດຕະພາບໃນຂົງເຂດຮ່ວມມືດ້ານການທະຫານສາກົນ ລະຫວ່າງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ຈີນ.

(ແຫຼ່ງຄັດຈາກ VOV)

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ: ສຳຫຼວດກວດກາລະອຽດຂົງເຂດຄຸ້ມຄອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ

ຮ່າງມະຕິຕ້ອງອັບເດັດ, ເພີ່ມເຕີມບັນດາຂໍ້ກຳນົດຂອງກົດໝາຍໃໝ່ກ່ຽວຂ້ອງເຖິງທີ່ດິນ, ຊັບພະຍາກອນ, ສິ່ງແວດລ້ອມ, ກະສິກຳ.

Top