• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ຈຸດ​ເດັ່ນ​ໃນ​ຍຸດ​ທະ​ສາດ ອາ​ຊີ ຂອງ ອີ​ຕາ​ລີ

ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ໄດ້ພັດທະນາຢ່າງແຮງ. ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ ອີຕາລີ ໃນອາຊຽນ ດ້ວຍວົງເງິນການຄ້າສອງສົ້ນໃນປີ 2024 ບັນລຸ 6ດ9 ຕື້ USD, ເພີ່ມຂຶ້ນ 13,1% ເມື່ອທຽບໃສ່ປີກ່ອນ.
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ (ພາບ:TTXVN)

ມີຜູ້ແທນກວ່າ 120 ທ່ານ ທີ່ມາຈາກບັນດາອົງການການທູດ, ອຳນາດການປົກຄອງ ແລະ ວິສາຫະກິດ ໄດ້ເຂົ້າຮ່ວມກອງປະຊຸມ “ພົບປະອາຊີ” ເຊິ່ງໄດ້ຈັດຂຶ້ນໃນວັນທີ 14 ມີນາ, ຢູ່ສຳນັກງານຄະນະປົກຄອງນະຄອນ ໂຣມ, ອີຕາລີ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາບັນຫາຫຼັກແຫຼ່ງໃນການພົວພັນສອງຝ່າຍ, ພິເສດແມ່ນການຄ້າ, ວັດທະນະທຳ ແລະ ການທ່ອງທ່ຽວ.

        ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮຶງ ໄດ້ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອີຕາລີ ໄດ້ພັດທະນາຢ່າງແຮງ. ປັດຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ສຸດຂອງ ອີຕາລີ ໃນອາຊຽນ ດ້ວຍວົງເງິນການຄ້າສອງສົ້ນໃນປີ 2024 ບັນລຸ 6ດ9 ຕື້ USD, ເພີ່ມຂຶ້ນ 13,1% ເມື່ອທຽບໃສ່ປີກ່ອນ.

        ໃນກອງປະຊຸມ, ບັນດານັກຊ່ຽວຊານໄດ້ສຸມໃສ່ປຶກສາຫາລືກ່ຽວກັບວັດທະນະທຳ, ມູນເຊືິ້ອຂອງ  04 ປະເທດ ອາຊີ ທີ່ມີສາຍພົວພັນສະໜິດແໜ້ນກັບ ອີຕາລີ ນັ້ນແມ່ນ ຫວຽດນາມ, ໄທ, ຈີນ ແລະ ຍີ່ປຸ່ນ. ທ່ານນາງ Francesca Leoncini, ຕາງໜ້າໃຫນສະພາປະຊາຊົນນະຄອນ ໂຣມ, ຢັ້ງຢືນວ່າ ອາຊີ ພວມແມ່ນຕະຫຼາດທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນສຳລັບບັນດາວິສາຫະກິດ ອີຕາລີ. ໃນນັ້ນ ຫວຽດນາມ ແມ່ນປະເທດທີ່ມີຄວາມສາມາດບົ່ມຊ້ອນເຕີບໂຕສູງ, ໂດຍໂຣມ ແລະ ອີຕາລີ ຖືເປັນສຳຄັນໃນຍຸດທະສາດພັດທະນາສາຍພົວພັນຄູ່ຮ່ວມມື.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.

Top