• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ ທີ່​ນັບ​ມື້​ນັບ​ມີ​ຄວາມ​ດຶງ​ດູດ​ໃຈ

ເວທີປາໄສແມ່ນເຫດການປະຈຳປີ ເພື່ອແນໃສ່ເຊີດຊູບັນດາວິສາຫະກິດ ທີ່ມີເງິນລົງທຶນຈາກຕ່າງປະເທດ (FDI) ທີ່ມີການລົງທຶນຢ່າງມີປະສິດທິຜົນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງພື້ນຖານເສດຖະກິດ ຫວຽດນາມ. ກ່າວຄຳເຫັນຊີ້ນຳການກຳນົດທິດເພື່ອດຶງດູດ FDI ໃນໄລຍະຈະມາເຖິງ,
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ຫວຽດນາມ (ພາບ: vneconomy.vn)

ວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບ Vietnam Economic Times ຈັດເວທີປາໄສ ຂົວຕໍ່ພັດທະນາ ປີ 2021 ດ້ວຍຫົວຂໍ້ວ່າ “ເຊື່ອມຕໍ່ທ້ອງຖິ່ນ - ວິສາຫະກິດ, ກຳແໜ້ນໂອກາດ”. ເວທີປາໄສແມ່ນເຫດການປະຈຳປີ ເພື່ອແນໃສ່ເຊີດຊູບັນດາວິສາຫະກິດ ທີ່ມີເງິນລົງທຶນຈາກຕ່າງປະເທດ (FDI) ທີ່ມີການລົງທຶນຢ່າງມີປະສິດທິຜົນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງພື້ນຖານເສດຖະກິດ ຫວຽດນາມ. ກ່າວຄຳເຫັນຊີ້ນຳການກຳນົດທິດເພື່ອດຶງດູດ FDI ໃນໄລຍະຈະມາເຖິງ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ຢັ້ງຢືນວ່າ:

ລັດຖະບານ ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ບັນດານັກລົງທຶນຕ່າງປະເທດ ທີ່ມາ ຫວຽດນາມ ດຳລົງທຸລະກິດແບບຍາວນານ, ເຄົາລົບກົດໝາຍ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາຂອງ ຫວຽດນາມ. ລັດຖະບານຈະສວມບົດບາດເປັນຜູ້ສ້າງເງື່ອນໄຂພັດທະນາ ເພື່ອ ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ ຢູ່ ຫວຽດນາມ ໃຫ້ນັບມື້ນັບມີຄວາມດຶງດູດໃຈ.

ເວທີປາໄສປີນີ້ ຈະສືບຕໍ່ພາລະກຳຊຸກຍູ້ການເຊື່ອມຕໍ່, ອັບເດັດ ແລະ ແລກປ່ຽນຂໍ້ມູນ, ເປີດກວ້າງການຮ່ວມມືພ້ອມກັນຜ່ານຜ່າສິ່ງທ້າທາຍ, ມຸ່ງໄປສູ່ບັນດາເປົ້າໝາຍວັດທະນາຖາວອນ ແລະ ການພັດທະນາແບບຍືນຍົງ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຮຽກຮ້ອງເພີ່ມທະວີການເຊື່ອມຕ່ໍ

ທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ເນັ້ນໜັ້ກເຖິງບັນດາບຸລິມະສິດ ໃນການຮ່ວມມືທີ່ແທ້ຈິງຄືການເຊື່ອມຕໍ່, ການຄຳ້ປະກັນຄວາມໝັ້ນຄົງດ້ານ ສະບຽງອາຫານ, ການຫັນເປັນດີຈີຕອນ, ການສຶກສາ, ການແພດສາທາລະນະສຸກ ແລະດິນຟ້າອາກາດ.

Top