• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ - ກູ​ເວດ ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ວັນທີ 17 ພະຈິກ, ໃນຂອບເຂດການຢ້ຽມຢາມ ກູເວດ ຢ່າງເປັນທາງການ, ພາຍຫຼັງພິທີຕ້ອນຮັບທາງການນັ້ນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ Sheikh Ahmad Al-Abdullah Al-Sabah ນາຍົກລັດຖະມົນຕີ ກູເວດ.
ການພົບປະສອງຝ່າຍ (ພາບ: VGP)

ນະທີ່ນີ້, ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດ; ສູ້ຊົນນຳມູນຄ່າການຄ້າສອງຝ່າຍຂຶ້ນກວ່າ 12 – 15 ຕື້ USD ໃນປີ 2030. ຫວຽດນາມ ສະເໜີ ກູເວດ ຊຸກຍູ້ການເຈລະຈາ, ລົງນາມໃນສັນຍາການຄ້າເສລີ (FTA) ຫວຽດນາມ - ສະພາຮ່ວມມືເຂດອ່າວ (GCC) ແລະ ເລີ່ມດຳເນີນການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ (CEPA) ຫວຽດນາມ - ກູເວດ ໂດຍໄວ. ສອງຝ່າຍຢັ້ງຢືນຈະ ຊຸກຍູ້ເປີດກວ້າງການເຄື່ອນໄຫວຂອງໂຄງການກັ່ນຕອງນ້ຳມັນ ງິເຊີນ. ຫວຽດນາມ ພ້ອມແລ້ວທີ່ຈະສະໜອງບັນດາບໍລິການນ້ຳມັນອາຍແກັດ ແລະ ສະໜອງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ບັນດາໂຄງການຢູ່ ກູເວດ, ເປີດກວ້າງການຮ່ວມມືໄປສູ່ບາງໂຄງການໃໝ່, ພິເສດແມ່ນກໍ່ສ້າງໂຄງການສາງແຮໄວ້ ແລະ ສົ່ງຕໍ່ນ້ຳມັນອາຍແກັດຢູ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ກູເວດ ໃຫ້ຄຳໝັ້ນສັນຍາຊຸກຍູ້ກອງທຶນລົງທຶນສາທາລະນະ ກູເວດ ແລະ ບັນດານັກລົງທຶນ ກູເວດ ຜັນຂະຫຍາຍບັນດາໂຄງການໃຫຍ່, ຍຸດທະສາດຢູ່ ຫວຽດນາມ, ສົມທົບກັບ ຫວຽດນາມ ຫັນບັນດາລະບຽບການສະໜອງທຶນ ODA ເປັນງ່າຍດາຍ. ກູເວດ ຈະຊຸກຍູ້ການຄົ້ນຄວ້າລົງທຶນກໍ່ສ້າງໂຄງງານຜະລິດຜະລິດຕະພັນກະເສດຢູ່ ຫວຽດນາມ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຢັ້ງຢືນວ່າ ຫວຽດນາມ ຊົມເຊີຍ ແລະ ສ້າງທຸກເງື່ອນໄຂສະດວກໃຫ້ບັນດາກອງທຶນລົງທຶນ, ວິສາຫະກິດ ກູເວດ, ໃນນັ້ນ ສະເໜີອົງການລົງທຶນ ກູເວດ (KIA) ລົງທຶນເຂົ້າສູນການເງິນສາກົນຢູ່ ຫວຽດນາມ.

ສອງຝ່າຍກໍຕົກລົງເຫັນດີຊຸກຍູ້ການຮ່ວມມືແຮງງານ; ເປີດກວ້າງການຮ່ວມມືໃນບັນດາຂົງເຂດຫາກໍ່ພົ້ນເດັ່ນ.

ນາຍົກລັດຖະມົນຕີສອງທ່ານກໍເປັນສັກສີພິຍານພິທີລົງນາມໃນຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ (ພາບ: VGP)

ພາຍຫຼັງການພົບປະສອງຝ່າຍ, ນາຍົກລັດຖະມົນຕີສອງທ່ານກໍເປັນສັກສີພິຍານພິທີລົງນາມໃນຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ; ແລະ ເອກະສານຮ່ວມມືຈຳນວນໜຶ່ງລະຫວ່າງບັນດາກະຊວງ, ຂະແໜງການ ແລະ ອົງການຂອງສອງປະເທດ.

ໃນຂອບເຂດຂອງການຢ້ຽມຢາມ ກູເວດ ຄັ້ງນີ້, ໃນວັນດຽວກັນ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກໍໄດ້ເຂົ້າຢ້ຽມຂ່ຳນັບກະສັດ ກູເວດ Sheikh Meshal Al-Ahmad Al-Jaber Al-Sabah. ໃນການພົບປະ, ກະສັດ ກູເວດ ໄດ້ຢັ້ງຢືນວ່າ  ຫວຽດນາມ ມີທີ່ຕັ້ງຍຸດທະສາດໃນນະໂຍບາຍພົວພັນຕ່າງປະເທດຂອງ ກູເວດ; ປາດຖະໜາວ່າສອງປະເທດຈະເປີດກວ້າງການຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ - ການລົງທຶນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ວິທະຍາສາດ - ເຕັກໂນໂລຢີ ກໍຄືການສົມທົບຫຼັກໝັ້ນໃນບັນດາບັນຫາສາກົນ. ກະສັດ ກູເວດ ກໍຢັ້ງຢືນວ່າ ດ້ວຍບົດບາດເປັນປະທານສະພາຮ່ວມມືເຂດອ່າວ (GCC), ກູເວດ ຈະເອົາໃຈໃສ່ທີສຸດເຖິງການເພີ່ມທະວີການຮ່ວມມືລະຫວ່າງ GCC ແລະ ຫວຽດນາມ ກັບ ອາຊຽນ, ຖື ຫວຽດນາມ ແມ່ນປະຕູຍຸດທະສາດເພື່ອເປີດກວ້າງການຮ່ວມມືກັບ ອາຊຽນ.

ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຢ້ຽມຂ່ຳນັບກະສັດ ກູເວດ Sheikh Meshal Al-Ahmad Al-Jaber Al-Sabah (ພາບ: VGP)

ສ່ວນທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ ກະສັດ ກູເວດ ສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນາ; ສະເໜີ 9 ຂົງເຂດຈຸດສຸມທີ່ຈະຮ່ວມມືໃນໄລຍະຈະມາເຖິງ ແລະ ດຳເນີນການເຈລະຈາສັນຍາຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ບັນດາໂຄງການໜູນຊ່ວຍແກ່ການພັດທະນາລະບົບນິເວດ  Halal ຢູ່ ຫວຽດນາມ ໂດຍໄວ…

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເປັນປະທານພິທີຕ້ອນຮັບປະທານາທິບໍດີ ສະວິດ

ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານປະທານາທິບໍດີ ສະວິດ Guy Parmelin, ພ້ອມກັບຄະນະຜູ້ແທນຂັ້ນສູງສອງປະເທດ ໄດ້ດຳເນີນການພົບປະເຈລະຈາ

Top