• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມ​ເລິ​ກາ ບໍ່​ປັດ​ເຂ່ຍ​ຄວາມ​ສາ​ມາດ​ສົ່ງ​ທະ​ຫານ​ເຂົ້າ ເວ​ເນ​ຊູ​ເອ​ລາ

ທ່ານ Trump ຍັງໃຫ້ຮູ້ພ້ອມແລ້ວທີ່ຈະປະຕິບັດບັນດາການກະທຳດ້ານການທະຫານຢູ່ບັນດາປະເທດ ອາເມລິກາ ລາຕິນ ອື່ນໆ....
ທ່ານ Donald Trump ປະທານາທິບໍດີ ອາເມລິກາ (ພາບ: REUTERS)

ວັນທີ  17 ພະຈິກ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ໃຫ້ຮູ້ວ່າຈະບໍ່ປັດເຂ່ຍຄວາມສາມາດສົ່ງກຳລັງທະຫານ ອາເມລິກາ ເຂົ້າ ເວເນຊູເອລາ ເຖິງວ່າກ່ອນໜ້ານັ້ນ, ທ່ານໄດ້ໃຫ້ຮູ້ວ່າ ທ່ານອາດຈະດຳເນີນການເຈລະຈາກັບທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ. ໃນການປະຊຸມຂ່າວທີ່ຈັດຂຶ້ນຢູ່ຫ້ອງການຮູບໄຂ່, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ຕ້ອງເອົາໃຈໃສ່ຕໍ່ ເວເນຊູເອລາ ຍ້ອນວ່າ ປະເທດນີ້ໄດ້ຍູ້ນັບແສນຄົນຈາກຄຸກແຫ່ງຕ່າງໆເຂົ້າ ອາເມລິກາ. ທ່ານ Trump ຍັງໄດ້ຕຳໜິຕິຕຽນຢ່າງແຮງເລື່ອງ ເວເນຊູເອລາ ໃຫ້ ປຊຊ ເປັນຈຳນວນຫຼາຍຜ່ານເຂດຊາຍແດນເຂົ້າ ອາເມລິກາ, ໃນນັ້ນ ມີຫຼາຍຄົນແມ່ນສະມາຊິກຂອງພັກຝ່າຍອາດຊະຍາກຳຢາເສບຕິດ.

  ບັນດາຄຳເຫັນຫຼ້າສຸດຂອງທ່ານ Trump ໄປຝືນກັບຄຳເຫັນຂອງທ່ານກ່ອນນັ້ນໜຶ່ງວັນ, ວ່າທ່ານພ້ອມແລ້ວທີ່ຈະດຳເນີນການປຶກສາຫາບລືກັບທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ. ຄຽງຄ້າງນັ້ນ, ທ່ານ Trump ຍັງໃຫ້ຮູ້ພ້ອມແລ້ວທີ່ຈະປະຕິບັດບັນດາການກະທຳດ້ານການທະຫານຢູ່ບັນດາປະເທດ ອາເມລິກາ ລາຕິນ ອື່ນໆ ເພື່ອຈຸດປະສົງສະກັດກັ້ນບັນດາພັກຝ່າຍຄ້າຂາຍຢາເສບຕິດ ແລະ ພ້ອມແລ້ວທີ່ຈະສົ່ງທະຫານເຂົ້າ ເມກຊີໂກ ເພື່ອສະກັດກັ້ນການຄ້າຂາຍຢາເສບຕິດ ແລະ ທຳລາຍບັນດາໂຮງງານຜະລິດ cocaine ຢູ່ ໂກລົມບີ.

(ແຫຼ່ງຄັດຈາກ VOV)


Top