• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕຳຫຼວດ​ທະ​ເລ ຫວຽດ​ນາມ ຜັນ​ຂະ​ຫຍາຍ​ບັນ​ດາ​ມາ​ດ​ຕະ​ການ​ຕ້ານ IUU ຢ່າ​ງ​ຄົບ​ຊຸດ

ໃນກອງປະຊຸມຄັ້ງນີ້, ບັນດາກຳລັງຮັບຜິດຊອບໜ້າທີ່ຢັ້ງຢືນຈະສືບຕໍ່ປະຕິບັດບັນດາມາດຕະການຕ້ານ IUU ຢ່າງເຂັ້ມງວດ, ສ້າງພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ຫຍັບມໍ່ເຂົ້າໃກ້ກັບເປົ້າໝາຍຍົກເລີກ “ບັດເຫຼືອງ”ແລະ ສ້າງອາຊີບຫາປາໃຫ້ພັດທະນາແບບຍືນຍົງ, ມີຄວາມຮັບຜິດຊອບໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງກວ່າ.
ທ່ານພົນຕີ ເລກວາງດ້າວ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກຳລັງຕຳຫຼວດທະເລ ຫວຽດນາມ ໄດ້ລະດົມກ່ຳປັ່ນກວ່າ 100 ລຳ ປະຈຳການຕະຫຼອດ 24 ຊົ່ວໂມງຕັດສິນໃຈຢຸດຕິການຂຸດຄົ້ນສິນທະເລແບບຜິດກົດໝາຍ ແລະ ມຸ່ງໄປເຖິງເປົ້າໝາຍຍົກເລີກ ບັດເຫຼືອງ” ຂອງ ຄະນະກຳມະການ ເອີຣົບ (EC). ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນ ກອງປະຊຸມຖອດຖອນບົດຮຽນພາຍຫຼັງ ເດືອນແຫ່ງການປະຕິບັດບັ້ນຕໍ່ສູ້ຢ່າງຂ້ຽວຂາດຕັດສິນໃຈສະກັດກັ້ນຢຸດຕິສະພາບກ່ຳປັ່ນຫາປ່າຂຸດຄົ້ນສິນທະເລແບບຜິດກົດໝາຍບໍ່ລາຍງານ, ບໍ່ຖືກຕ້ອງຕາມຂໍ້ກຳນົດແຕ່ວັນທີ 15 ຕຸລາ - 15 ພະຈິກ” ທີ່ໄດ້ດຳເນີນໃນວັນທີ 17 ພະຈິກ ຢູ່ຮ່າໂນ້ຍ.

ທ່ານພົນຕີ ເລກວາງດ້າວ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ຢັ້ງຢືນລັກສະນະປະສິດທິຜົນ ພ້ອມກັບການສົມທົບກັນຢ່າງຄ່ອງແຄ້ວລະຫວ່າງກຳລັງປ້ອງກັນຊາຍແດນ, ຕຳຫຼວດທະເລ ແລະ ກອງທັບເຮືອ ໄດ້ສ້າງເປັນທ່າຮົບວົງປິດ, ຂ້ຽວຂາດເພື່ອສະກັດກັ້ນການຂຸດຄົ້ນແບບຜິດກົດໝາຍ. ທ່ານກ່າວວ່າ:

ກຳລັງຍານພາຫະນະມີຢູ່ແລ້ວກຳລັງໄດ້ລະດົມຢ່າງຄົບຖ້ວນແລ້ວ ແລະ ໄດ້ມອບໜ້າທີ່ຢ່າງຈະແຈ້ງກຳລັງທະຫານຜູ້ກວດກາການປະມົງ.. ພ້ອມກັບກະຊວງຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນພວກເຮົາຕັດສິນໃຈຍົກເລີກບັດເຫຼືອງພາຍຫຼັງຖືກ EC ກ່າວເຕືອນມາເປັນເວລາ ປີ”.

“ກອງປະຊຸມຖອດຖອນບົດຮຽນພາຍຫຼັງ 1 ເດືອນແຫ່ງການປະຕິບັດບັ້ນຕໍ່ສູ້ຢ່າງຂ້ຽວຂາດ, ຕັດສິນໃຈສະກັດກັ້ນ, ຢຸດຕິສະພາບກ່ຳປັ່ນຫາປ່າຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ຖືກຕ້ອງຕາມຂໍ້ກຳນົດແຕ່ວັນທີ 15 ຕຸລາ - 15 ພະຈິກ” (ພາບ: VOV)

ໃນກອງປະຊຸມຄັ້ງນີ້, ບັນດາກຳລັງຮັບຜິດຊອບໜ້າທີ່ຢັ້ງຢືນຈະສືບຕໍ່ປະຕິບັດບັນດາມາດຕະການຕ້ານ IUU ຢ່າງເຂັ້ມງວດ, ສ້າງພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ຫຍັບມໍ່ເຂົ້າໃກ້ກັບເປົ້າໝາຍຍົກເລີກ “ບັດເຫຼືອງ” ແລະ ສ້າງອາຊີບຫາປາໃຫ້ພັດທະນາແບບຍືນຍົງ, ມີຄວາມຮັບຜິດຊອບໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງກວ່າ.

(ແຫຼ່ງຄັດຈາກ VOV)


Top