ໃນກອງປະຊຸມຄັ້ງນີ້, ບັນດາກຳລັງຮັບຜິດຊອບໜ້າທີ່ຢັ້ງຢືນຈະສືບຕໍ່ປະຕິບັດບັນດາມາດຕະການຕ້ານ IUU ຢ່າງເຂັ້ມງວດ, ສ້າງພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ຫຍັບມໍ່ເຂົ້າໃກ້ກັບເປົ້າໝາຍຍົກເລີກ “ບັດເຫຼືອງ”ແລະ ສ້າງອາຊີບຫາປາໃຫ້ພັດທະນາແບບຍືນຍົງ, ມີຄວາມຮັບຜິດຊອບໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງກວ່າ.
ທ່ານພົນຕີ ເລກວາງດ້າວ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)
ກຳລັງຕຳຫຼວດທະເລ ຫວຽດນາມ ໄດ້ລະດົມກ່ຳປັ່ນກວ່າ 100 ລຳ ປະຈຳການຕະຫຼອດ 24 ຊົ່ວໂມງ, ຕັດສິນໃຈຢຸດຕິການຂຸດຄົ້ນສິນທະເລແບບຜິດກົດໝາຍ ແລະ ມຸ່ງໄປເຖິງເປົ້າໝາຍຍົກເລີກ “ບັດເຫຼືອງ” ຂອງ ຄະນະກຳມະການ ເອີຣົບ (EC). ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາໃນ “ກອງປະຊຸມຖອດຖອນບົດຮຽນພາຍຫຼັງ 1 ເດືອນແຫ່ງການປະຕິບັດບັ້ນຕໍ່ສູ້ຢ່າງຂ້ຽວຂາດ, ຕັດສິນໃຈສະກັດກັ້ນ, ຢຸດຕິສະພາບກ່ຳປັ່ນຫາປ່າຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ຖືກຕ້ອງຕາມຂໍ້ກຳນົດແຕ່ວັນທີ 15 ຕຸລາ - 15 ພະຈິກ” ທີ່ໄດ້ດຳເນີນໃນວັນທີ 17 ພະຈິກ ຢູ່ຮ່າໂນ້ຍ.
ທ່ານພົນຕີ ເລກວາງດ້າວ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ຢັ້ງຢືນລັກສະນະປະສິດທິຜົນ ພ້ອມກັບການສົມທົບກັນຢ່າງຄ່ອງແຄ້ວລະຫວ່າງກຳລັງປ້ອງກັນຊາຍແດນ, ຕຳຫຼວດທະເລ ແລະ ກອງທັບເຮືອ ໄດ້ສ້າງເປັນທ່າຮົບວົງປິດ, ຂ້ຽວຂາດເພື່ອສະກັດກັ້ນການຂຸດຄົ້ນແບບຜິດກົດໝາຍ. ທ່ານກ່າວວ່າ:
“ກຳລັງ, ຍານພາຫະນະມີຢູ່ແລ້ວ, ກຳລັງໄດ້ລະດົມຢ່າງຄົບຖ້ວນແລ້ວ ແລະ ໄດ້ມອບໜ້າທີ່ຢ່າງຈະແຈ້ງ, ກຳລັງທະຫານ, ຜູ້ກວດກາການປະມົງ.. ພ້ອມກັບກະຊວງຂະແໜງການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ, ພວກເຮົາຕັດສິນໃຈຍົກເລີກບັດເຫຼືອງພາຍຫຼັງຖືກ EC ກ່າວເຕືອນມາເປັນເວລາ 8 ປີ”.
“ກອງປະຊຸມຖອດຖອນບົດຮຽນພາຍຫຼັງ 1 ເດືອນແຫ່ງການປະຕິບັດບັ້ນຕໍ່ສູ້ຢ່າງຂ້ຽວຂາດ, ຕັດສິນໃຈສະກັດກັ້ນ, ຢຸດຕິສະພາບກ່ຳປັ່ນຫາປ່າຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ຖືກຕ້ອງຕາມຂໍ້ກຳນົດແຕ່ວັນທີ 15 ຕຸລາ - 15 ພະຈິກ” (ພາບ: VOV)
ໃນກອງປະຊຸມຄັ້ງນີ້, ບັນດາກຳລັງຮັບຜິດຊອບໜ້າທີ່ຢັ້ງຢືນຈະສືບຕໍ່ປະຕິບັດບັນດາມາດຕະການຕ້ານ IUU ຢ່າງເຂັ້ມງວດ, ສ້າງພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ຫຍັບມໍ່ເຂົ້າໃກ້ກັບເປົ້າໝາຍຍົກເລີກ “ບັດເຫຼືອງ” ແລະ ສ້າງອາຊີບຫາປາໃຫ້ພັດທະນາແບບຍືນຍົງ, ມີຄວາມຮັບຜິດຊອບໃນສະພາບການເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກວ້າງຂວາງກວ່າ.