• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ ຍາມ​ໃດ​ກໍ່​ເຄົາ​ລົບ ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ຮັບ​ປະ​ກັນ​ສິດ​ເສ​ລີ​ການເຊື່ອ​ຖືສ​າ​ສະ​ໜາ

ວັນທີ 29 ກໍລະກົດ, ຢູ່ຮ່ານາມ, ຫົວໜ່ວຍປະຕິບັດງານຂອງລັດຖະບານໄດ້ສົມທົບກັບຄະນະກຳມະການປະຊາຊົນ ແຂວງຮ່ານາມ ຈັດຕັ້ງກອງປະຊຸມສະຫຼຸບການວຽກງານແນະນຳ, ຊ່ວຍເຫຼືອສະມາຄົມພຸດທະສາສະໜາ ຫວຽດນາມ ຈັດຕັ້ງ ວັນບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2019.

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ (ພາບ: TTXVN) 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ຢັ້ງຢືນວ່າ ວັນບຸນວິສາຂະບູຊາ Vesak ສປຊ 2019 ໄດ້ຈັດຕັ້ງຢ່າງສຳເລັດຜົນຢູ່ ຫວຽດນາມ, ອີກຄັ້ງໜຶ່ງຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ເຄົາລົບ ແລະ ສະໜັບສະໜູນແຜນນະໂຍບາຍຂອງສປຊ. ຄຽງຄູ່ກັນນັ້ນກໍ່ຢັ້ງຢືນວ່າ ຫວຽດນາມ ມີຄວາມເອົາໃຈໃສ່ຕໍ່ບັນດາຄຸນຄ່າດ້ານຄຸນສົມບັດອັນດີງາມຂອງບັນດາສາສະໜາ, ໃນນັ້ນມີສາສະໜາພຸດ.

ພິເສດ, ດ້ວຍຖະແຫຼງການ ຮ່ານາມ 2019, ວັນບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2019 ສືບຕໍ່ຢັ້ງຢືນວ່າ ຫວຽດນາມນາມຍາມໃດກໍ່ເຄົາລົບ ແລະ ສ້າງເງື່ອນໄຂເພື່ອຮັບປະກັນສິດເສລີ, ການເຊື່ອຖືສາສະໜາຂອງປະຊາຊົນ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາສາສະໜາເຄື່ອນໄຫວຖືກຕາມກຳນົດຂອງກົດໝາຍ, ສະແດງໃຫ້ເຫັນເຈດຈຳນົງຂອງ ຫວຽດນາມພ້ອມແລ້ວທີ່ຈະເປັນເພື່ອນມິດ, ຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈຂອງເພື່ອນມິດສາກົນ.

        ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ສະເໜີໃຫ້ບັນດາຫົວໜ່ວຍຕ້ອງມີແຜນການໂຄສະນາ, ແນະນຳ,ຂຸດຄົ້ນ ແລະ ນຳໃຊ້ ກັບເຂດທ່ອງທ່ຽວ ຕາມຈຸກຢ່າງເໝາະສົມ, ເພື່ອຮັບປະກັນການພັດທະນາທີ່ຖືກຕາມແຜນຜັງ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ ແຂວງ​ແບບ​ຢ່າງ, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້​ສ້າງ ແທັງ​ຮ​ວ໊າ ກາຍ​ເປັນ​ “ແຂວງ​ແບບ​ຢ່າງ”, ເປັນ​ຂົ້ວ​ເຕີບ​ໂຕ​ໃໝ່​ຂອງ​ປະ​ເທດ

ຕອນເຊົ້າວັນທີ 15 ຕຸລາ, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ແທັງຮວ໊າ ຄັ້ງທີ XX ອາຍຸການ 2025 – 2030 ຖືກໄຂຂຶ້ນຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມໃຫຍ່.

Top