• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ແມ່​ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ ທຳ​ອິດ​ໃນ​ໂລກ ທີ່ສົ່ງ​ອອກ​ເຂົ້າ​ສານທີ່​ປ່ອຍ​ອາຍ​ພິດ​ຕ່ຳ

ນີ້ແມ່ນເຫດການສ້າງຂີດໝາຍຜະລິດຕະພັນເຂົ້າສານ ຈາກໂຄງການ “ພັດທະນາ ເນື້ອທີ່ປູກເຂົ້າ 1 ລ້ານເຮັກຕາທີ່ມີຄຸນນະພາບສູງ, ປ່ອຍອາຍພິດຕ່ຳແບບຍືນຍົງ ດ້ວຍການເຕີບໂຕສີຂຽວ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຮອດປີ 2030”.
  ພິທີສົ່ງອອກ "ເຂົ້າສານ ຫວຽດນາມ ທີ່ປ່ອຍອາຍພິດຕ່ຳ" ໄປຍັງຍີ່ປຸ່ນ ງວດທຳອິດ (ພາບ: TTXVN  
ຕອນບ່າຍວັນທີ 5 ມິຖຸນາ, ສະມາຄົມ ຂະແໜງສິນຄ້າເຂົ້າສານ ຫວຽດນາມ ໄດ້ສົມທົບກັບບໍລິສັດຫຸ້ນສ່ວນກະສິກຳເຕັກໂນໂລຢີສູງ ຈຸງອານ (ບໍລິສັດ ຈຸງອານ), ເມືອງ ໂທດໂນດ, ນະຄອນ ເກິ່ນເທີ ໄດ້ຈັດພິທີສົ່ງອອກເຂົ້າສານ 500 ໂຕນ ທີ່ມີເຄື່ອງໝາຍ “ເຂົ້າສານ ຫວຽດນາມ ສີຂຽວປ່ອຍອາຍພິດຕ່ຳ” ງວດທຳອິດ ໄປຍັງຍີ່ປຸ່ນ. ນີ້ແມ່ນເຫດການສ້າງຂີດໝາຍຜະລິດຕະພັນເຂົ້າສານ ຈາກໂຄງການ “ພັດທະນາ ເນື້ອທີ່ປູກເຂົ້າ 1 ລ້ານເຮັກຕາທີ່ມີຄຸນນະພາບສູງ, ປ່ອຍອາຍພິດຕ່ຳແບບຍືນຍົງ ດ້ວຍການເຕີບໂຕສີຂຽວ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຮອດປີ 2030” ທີ່ມີເຄື່ອງໝາຍການຄ້າ “ເຂົ້າສານ ຫວຽດນາມ ສີຂຽວປ່ອຍອາຍພິດຕ່ຳ” ໄດ້ສົ່ງອອກ. ດ້ວຍການສົ່ງອອກງວດເຂົ້າສານດັ່ງກ່າວ, ໃນນັ້ນມີງວດເຂົ້າສານສົ່ງອອກໄປຍັງ ຍີ່ປຸ່ນ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກ ທີ່ສົ່ງອອກເຂົ້າສານປ່ອຍອາຍພິດຕ່ຳ. ປັດຈຸບັນ, ສະມາຄົມຂະແໜງເຂົ້າສານ ຫວຽດນາມ ໄດ້ອອກໃບຢັ້ງຢືນສິດນຳໃຊ້ເຄື່ອງໝາຍ “ເຂົ້າສານ ຫວຽດນາມ ສີຂຽວປ່ອຍອາຍພິດຕ່ຳ” ໃຫ້ແກ່ 7 ວິສາຫະກິດດ້ວຍຍອດຈຳນວນເຂົ້າສານປະມານ 20.000 ໂຕນ. ໃນນັ້ນ, ບໍລິສັດຈຸງອານແມ່ນໜຶ່ງໃນບັນດາວິສາຫະກິດທີ່ໄດ້ຮັບໃບຢັ້ງຢືນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ແອັດ​ໂຕ​ນີ ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຢູ່ ຫວຽດ​ນາມ​

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ ແອັດ​ໂຕ​ນີ ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຢູ່ ຫວຽດ​ນາມ​

ຫວຽດນາມ ຈະສ້າງເງື່ອນໄຂສະດວກ, ສອດຄ່ອງກັບຂໍ້ກຳນົດຂອງກົດໝາຍເພື່ອໃຫ້ບັນດາກຸ່ມບໍລິສັດ, ນັກລົງທຶນຕ່າງປະເທດ, ໃນນັ້ນມີ ແອັດໂຕນີ, ລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ຍືນຍົງ, ສອດຄ່ອງກັບກົດໝາຍຢູ່ ຫວຽດນາມ, ດ້ວຍທັດສະນະຜົນປະໂຫຍດກົມກຽວ, ຄວາມສ່ຽງແບ່ງປັນ; ສະເໜີໃຫ້ບັນດາວິສາຫະກິດປະກອບສ່ວນຊຸກຍູ້ການພົວພັນ ຫວຽດນາມ - ແອັດໂຕນີ ໃຫ້ນັບມື້ນັບເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ.

Top