ປັດຈຸບັນ ຫວຽດນາມແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບທີ 2 ຢູ່ລາວ ດ້ວຍ 276 ໂຄງການ, ຍອດເງິນລົງທຶນຈົດທະບຽນບັນລຸກວ່າ 6,2 ຕື້ USD. ນີ້ແມ່ນຂໍ້ມູນທີ່ໄດ້ຍົກອອກມາຢູ່ກອງປະຊຸມເຜີຍແຜ່ຜົນສຳເລັດຂອງກອງປະຊຸມຄັ້ງທີ 48 ຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ລາວ - ຫວຽດນາມທີ່ໄດ້ດຳເນີນໃນວັນທີ 19 ມີນາ, ຢູ່ນະຄອນຫຼວງ ວຽງຈັນ.
ຢູ່ກອງປະຊຸມ, ທ່ານນາງ ພອນວັນ ອຸທະວົງ, ຮອງລັດຖະມົນຕີກະຊວງການເງິນ, ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ ຫວຽດນາມ ໃຫ້ຮູ້ວ່າປີນີ້, ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສະຫງວນເງິນຊ່ວຍເຫຼືອລ້າວທີ່ມີມູນຄ່າ 43 ລ້ານ USD ໃຫ້ແກ່ລັດຖະບານລາວ. ແຫຼ່ງທຶນນີ້ຈະແຈກຢາຍສຸມໃສ່ບັນດາຂົງເຂດຫຼັກແຫຼ່ງ ໃນນັ້ນບຸລິມະສິດແຖວໜ້າໃຫ້ແກ່ການພັດທນະແຫຼ່ງຊັບພະຍາກອນມະນຸດ ແລະ ປະຕິບັດບັນດາໂຄງການຈຸດສຸມເຊິ່ງລັດຖະບານລາວ ກຳນົດແມ່ນມີຄວາມຈຳເປັນຕໍ່ການພັດທະນາເສດຖະກິດ ສັງຄົມຂອງລາວ.
ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລາວ ຮຽກຮ້ອງໃຫ້ຄະນະກຳມະການຮ່ວມມື ລາວ ຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງສືບຕໍ່ເອົາໃຈໃສ່ຊຸກຍູ້ການຮ່ວມມືຢ່າງຮອບດ້ານ, ໃນນັ້ນຕ້ອງສຸມໃສ່ສ້າງບາດກ້າວເຫັນປ່ຽນ່ຢາງແຮງ, ມີລັກສະນະບຸກທະລຸຍຸດທະສາດໃນການຮ່ວມມືກ່ຽວກັບເສດຖະກິດ, ການຄ້າ, ການລົງທຶນ ແລະ ພັດທະພື້ນຖານໂຄງລ່າງ, ເພື່ອໃຫ້ຂົງເຂດນີ້ກາຍເປັນເສົາຄ້ຳຂອງການພົວພັນຄູ່ຮ່ວມມືຍຸດທະສາດ, ສົມກັບເປັນຂອບຂະໜາດຂອງການພົວພັນແບບພິເສດ ລາວ - ຫວຽດນາມ.








