• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ ໂອຕາ​ລີ ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືຍົກສູງການແລກປ່ຽນການຄ້າ ແລະ ການລົງທຶນສອງຝ່າຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ ການຕ້ອນຮັບທ່ານເອກອັກຄະລັດຖະທູດໂອຕາລິດ ປະຈຳ ຫວຽດນາມ Philipp Agathonos

ຕອນຄ່ຳວັນທີ 26 ມີນາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດໂອຕາລິດ Philipp Agathonos ເນື່ອງໃນໂອກາດທ່ານມາປະຕິບັດໜ້າທີທາງການທູດຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີໃຫ້ສອງຝ່າຍເພີ່ມທະວີບັນດາການເຄື່ອນໄຫວຮ່ວມມືຍົກສູງການແລກປ່ຽນການຄ້າ ແລະ ການລົງທຶນສອງຝ່າຍ. ທ່ານນາຍົກລັດຖະມົນຕີ ຖືວ່າດ້ວຍທ່າແຮງຂອງໂອຕາລິດໃນຂົງເຂດຂົນສົ່ງທາງລົດໄຟ, ສອງຝ່າຍອາດສາມາດກຳນົດນີ້ແມ່ນຂົງເຂດຮ່ວມມືທີ່ມີແງ່ຫວັງໃນໄລຍຈະມາເຖິງ. ທ່ານນາຍົກລັດຖະມົນຕີສະເໜີໂອຕາລິດ ເອົາໃຈໃສ່ຕໍ່ການເພີ່ມຈຳນວນທຶນການສຶກສາໃຫ້ແກ່ນັກສຶກສາ ແລະ ນັກຄົ້ນຄ້ວາ ຫວຽດນາມ ໃນບັນດາຂົງເຂດຄື: ດົນຕີ, ວັດທະນະທຳ, ການທ່ອງທ່ຽວ, ສອງຝ່າຍຈັດບັນດາເຫດການໂຄສະນາວັດທະນະທຳໄປຍັງມະຫາຊົນສອງປະເທດເພື່ອແນໃສ່ຮັດແໜ້ນການພົວພັນມິດຕະພາບສອງປະເທດ.

ສ່ວນທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຫວຽດນາມແມ່ນຄູ່ຮ່ວມມືສຳຄັນຂອງ ໂອຕາລິດ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ທ່ານເອກອັກຄະລັດຖະທູດ ສະແດງຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາ ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໄປຄຽງຄູ່ກັບບັນດາຂົງເຂດຮ່ວມມືທີ່ມີມາແຕ່ດົນນານແລ້ວນັ້ນ, ສະຖານທູດ ໂອຕາລິດຈະສົມທົບກັບບັນດາຄູ່ຮ່ວມມື ຫວຽດນາມ ເພື່ອຊອກຫາບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນໃໝ່, ພິເສດແມ່ນໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຢີ, ການສຶກສາ - ບຳລຸງສ້າງ, ຄວາມໝັ້ນຄົງທາງອິນເຕີເນັດ, ພະຍາບານ ແລະ ພື້ນຖານໂຄງລ່າງທາງລົດໄຟ.

(ແຫຼ່ງຄັດຈາກ VOV)

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ”

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ, ເຊິ່ງລິຂະສິດຮູບພາບເປັນຂອງສຳນັກຂ່າວສານ ຫວຽດນາມ ໄດ້ຖືກນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ.

Top