• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ​ເປັນ​ປະ​ທານ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າ​ງ​ປະ​ເທດ​ຮ່ວມ​ມື ແມ​ນ້ຳ​ຂອງ - ຍີ່​ປຸ່ນ​ຄັ້ງ​ທີ 16

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ສະເໜີກົນໄກຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ (MJC, ລວມມີ 6 ປະເທດສະມາຊິກ ຄື: ກຳປູເຈຍ, ລາວ, ມຽນມາ, ຍີ່ປຸ່ນ, ໄທ ແລະ ຫວຽດນາມ) ຕ້ອງປ່ຽນແປງຈິນຕະນາການ ແລະ ວິທີການສຳຜັດ, ສຸມໃສ່ສາມຂົງເຂດບຸລິມະສິດ.
ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນຄັ້ງທີ 16

ຕອນບ່າຍວັນທີ 10 ກໍລະກົດ, ຢູ່ ມາເລເຊຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ເປັນປະທານຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຮ່ວມມື ແມ່ນ້ຳຂອງ - ຍີ່ປຸ່ນຄັ້ງທີ 16, ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 58 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ຢູ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ສະເໜີກົນໄກຮ່ວມມືແມ່ນ້ຳຂອງ - ຍີ່ປຸ່ນ (MJC, ລວມມີ 6 ປະເທດສະມາຊິກ ຄື: ກຳປູເຈຍ, ລາວ, ມຽນມາ, ຍີ່ປຸ່ນ, ໄທ ແລະ ຫວຽດນາມ) ຕ້ອງປ່ຽນແປງຈິນຕະນາການ ແລະ ວິທີການສຳຜັດ, ສຸມໃສ່ສາມຂົງເຂດບຸລິມະສິດລວມມີ: ການເຊື່ອມຕໍ່ພື້ນຖານໂຄງລ່າງ ແລະ ໜູນຊ່ວຍບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ, ຈຸນລະວິສາຫະກິດ (MSMEs) ຜ່ານຂໍ້ລິເລີ່ມການຄ້າຂ້າມຊາຍແດນ, ຍູ້ແຮງການຫັນເປັນດີຈີຕອນ ແລະ ນະວັດຕະກຳ, ສ້າງສູນດີຈີຕອນ, ໝູນໃຊ້ເຕັກໂນໂລຢີສີຂຽວ, ເພີ່ມທະວີວິທີການລະຫວ່າງຂະແໜງສຳລັບບັນດາສິ່ງທ້າທາຍຄວາມໝັ້ນຄົງດ້ານສະບຽງອາຫານ - ນ້ຳ - ພະລັງງານ, ຊຸກຍູ້ການຖ່າຍທອດເຕັກໂນໂລຢີ ແລະ ພັດທະນາພະລັງງານທົດແທນ. ທ່ານຮອງນາຍົກລັດຖະມົນຕີ ກໍ່ເນັ້ນໜັກເຖິງບົດບາດຂອງຂົງເຂດເອກະຊົນໃນການຫັນການຮ່ວມມື MJC ໃຫ້ປະກົດຜົນເປັນຈິງ, ສະເໜີຈັດຕັ້ງ ເວທີປາໄສວິສາຫະກິດແມ່ນ້ຳຂອງ - ຍີ່ປຸ່ນເປັນປະຈຳໄລຍະ.

(ແຫຼ່ງຄັດຈາກ VOV)

UNDP ຕີ​ລາ​ຄາ​ສູງຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

UNDP ຕີ​ລາ​ຄາ​ສູງຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ

ອົງ​ການ ສ​ປ​ຊ ເພື່ອ​ການ​ພັດ​ທະ​ນາ (UNDP) ຕີ​ລາ​ຄາ​ສູງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ບັນ​ດາ​ບຸ​ລິ​ມະ​ສິດພັດ​ທະ​ນາ​ຂອງ ຫວຽດ​ນາມ ມີຫຼາຍ​ຈຸດ​ຄ້າ​ຍ​ຄື​ກັນ​ກັບ​ບັນ​ດາ​ເປົ້າ​ໝາຍ​ການ​ຮ່ວມ​ມື​ຂອງ ສ​ປ​ຊ ແລະ UNDP ປະ​ຈຳ ຫວຽດ​ນາມ.

Top